ພະ​ລາ​ຊີ​ນີອັງກິດ​ຮັບ​ສະໝັກ​ຜູ້​ຄຸ້ມ​ຄອງ​ບັນຊີ​ສື່​ສັງຄົມ​ອອນ​ລາຍ​ຂອງ​ຕົນ
2017-02-14 16:06:53  cri 

ພະລາ​ຊະວັງ​ບັກ​ຄິງ​ແຮມ​ອັງກິດປະກາດຮັບ​ສະໝັກຜູ້​ຄຸ້ມ​ຄອງ​ບັນຊີ​ທວິດ​ເຕີ​ສ່ວນ​ຕົວຂອງ​ພະ​ລາ​ຊີ​ນີ​ເອລີ​ຊາ​ເບັດ​​ທີ 2 ອັງກິດ​ໂດຍ​ຈະ​ໄດ້​ຮັບເງິນ​ເດືອນ 3 ໝື່ນ​ປອນ​ຕໍ່​ປີ.

ທັງ​ນີ້, ໜັງສືພິມ​ "ເດີ​ຊັນ" ​ອັງກິດ​ລາຍ​ງານ​ວ່າ: ຕຳ​ແໜ່​ງດັ່ງກ່າວ​ແມ່ນ​ຕຳ​ແໜ່​ງ​ເຕັມ​ເວລາ ​ໂດຍ​ມີ​ຄວາມ​ຮັບຜິດຊອບ​​ຄຸ້ມ​ຄອງ​ບັນຊີ​ທວິດ​ເຕີຂອງ​ພະ​ລາ​ຊີ​ນີ, ​ແຈ້ງ​ກິດຈະກຳ​ຕ່າງໆ​​ຂອງ​ພະ​ລາ​ຊີ​ນີ ​ແລະ ບົດບາດ​ຂອງ​ພະ​ບໍລົມ​ມະ​ວົງສາ​ນຸວົງ​ໃນ​ຊີວິດ​ສັງຄົມ ຕໍ່​ທົ່ວ​ໂລກ. ເທິງ​ເວັບ​ໄຊ​ທາງ​ການ​ຂອງ​ພະ​ລາ​ຊີ​ນີ ​ໄດ້ປະກາດ​ຮັບ​ສະໝັກ​ຊື່​ຕຳ​ແໜ່​ງວ່າ "ນັກວິຊາການ​ສື່ສານ​ດີ​ຈີ​ຕອນ". ຂ່າວ​ແຈ້ງ​ຕື່ມວ່າ: ຕຳ​ແໜ່​ງດັ່ງກ່າວ​ນອກຈາກ​ຈະຮັບຜິດຊອບ​ການ​ຄຸ້ມ​ຄອງ​ບັນຊີ​ທວິດ​ເຕີ​ຂອງ​ພະ​ລາ​ຊີ​ນີ​ແລ້ວ ຍັງ​ຈະຮັບຜິດຊອບ​ການຖະ​ແຫຼງຂ່າວ​ຕ່າງໆ​ຢູ່​ເຟັສບຸກ ​ແລະ YouTube ທັງ​ລາຍ​ງານ​ຂ່າວ​ການ​ຢ້ຽມຢາມ​ຕ່າງປະ​ເທດ​ທາງ​ລັດຖະກິດ ​ແລະ ພິທີ​ມອບ​ລາງວັນ​ປະ​ເພດ​ຕ່າງໆ​ຂອງ​ພະ​ລາ​ຊີ​ນີ​ເອລີ​ຊາ​ເບັດທີ 2 ຢູ່​​ສື່​ສັງຄົມ​ອອນ​ລາຍອີກ​ດ້ວຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ