ຈີນ​ສະ​ເໜີ 6 ຂໍ້​ກ່ຽວ​ກັບ​ການ​ຮ່ວມ​ມື​ກັບ​ອາ​ຊຽນ​ໃນ​ປີ​ນີ້
2017-02-14 16:27:31  cri 

ທ່ານຫຼິວ​ເຈີ້ນ​ໝິນ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ພົບ​ປະ​ແລກັບ​ທູຕານຸທູດ​ຂອງ 10 ປະ​ເທດ​ອາ​ຊຽນປະຈຳ​ຈີນ ກ່ຽວ​ກັບ​ສາຍ​ພົວພັນ​ລະຫວ່າງ​ຈີນ-ອາ​ຊຽນ ຢູ່​ນະຄອນຫຼວງປັກ​ກິ່ງ​ໃນ​ວັນ​ທີ 10 ກຸມພາ​ນີ້.

ທ່ານຫຼິວ​ເຈີ້ນ​ໝິນ ກ່າວ​ວ່າ: ປີ​ນີ້, ສາຍ​ພົວພັນ​ລະຫວ່າງ​ຈີນ-ອາ​ຊຽນຈະ​ເຂົ້າສູ່​​ໄລຍະ 25 ປີ​ອີກ​ເທື່ອໃໝ່ ​ແລະ​ກໍ​ເປັນ​ປີ​ຄົບຮອບ 50 ປີ​ແຫ່ງ​ການສ້າງຕັ້ງອາ​ຊຽນ. ​ໃນ​ສະຖານະ​ການ​ໃໝ່, ອາ​ຊຽນ​ແລະສາຍ​ພົວພັນລະຫວ່າງ​ຈີນ-ອາ​ຊຽນຈະ​ຜະ​ເຊີນ​ກັບ​ບັນຫາ​ໃໝ່ ​ແລະ ສິ່ງ​ທ້າ​ທາຍ​ໃໝ່. ​ຂະນະ​ທີ່​ຈີນ​ແລະບັນດາ​ປະ​ເທດ​ໃນ​ອາ​ຊຽນກໍ​ຕ້ອງການ​ຄວາມ​ໄວ​ເນື້ອ​ເຊື່ອ​ໃຈ​ກັນ​ໃຫ້​ເລິກ​ເຊິ່ງຫຼາຍຂຶ້ນ​, ຂຸດ​ຄົ້ນທ່າ​ແຮງ​ຊຸກຍູ້​ການ​ຮ່ວມ​ມື​ທີ່​ເກີດ​ຈາກ​ພາຍ​ໃນ​ ​ແລະ​ຊຸກຍູ້​ການ​ຮ່ວມ​ມື​ໃຫ້​ກ້າວ​ຂຶ້ນສູ່​ລະດັບ​ໃໝ່.

ຈາກ​ນີ້ ຈີນຈຶ່ງ​ສະ​ເໜີ​ວ່າ: ປີ​ນີ້, ​ໂດຍ​ປິ່ນ​ອ້ອມ​ສາມ​ເສົາ​ຄ້ຳ ຄື ການ​ເມືອງ-ຄວາມ​ໝັ້ນຄົງ, ການ​ຮ່ວມ​ມື​ດ້ານ​ເສດ​ຖະກິດ​ການ​ຄ້າ ​ແລະ ວັດທະນະທຳ-ສັງຄົມ ລວມທັງ​ຊຸກຍູ້​ການ​ຮ່ວມ​ມື​ໃນ 7 ຂົງ​ເຂດ​ທີ່​ສຳຄັນ​ໃຫ້​ເຂົ້າສູ່​ລວງ​ເລິກນັ້ນ ຕ້ອງ​ໄດ້​ສຸມ​​ໃສ່ເຮັດ​ວຽກ 6 ປະການ​ເຫຼົ່ານີ້​ໃຫ້​ດີ ຄື ໜຶ່ງ, ກະກຽມ​ກອງ​ປະຊຸມ​ຕ່າງໆ​ຂອງ​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ​ໃຫ້​ດີ. ສອງ, ເຊື່ອມ​ຕໍ່​ຍຸດ​ທະ​ສາດ ການພັດທະນາ​​ແລະ​ປະຕິບັດ​ໃຫ້​ເຂົ້າສູ່​ລວງ​ເລິກ. ສາມ, ຊຸກຍູ້​ການ​ສ້າງ​​ເສົາ​ຄ້ຳ​​ແຫ່ງການ​ຮ່ວມ​ມື​ດ້ານ​ວັດທະນະທຳ. ສີ່, ຊຸກຍູ້​ການ​ຮ່ວມ​ມື​ທີ່​ແທ້​ຈິງ​ໃຫ້​ເຂົ້າສູ່​ລວງ​ເລິກ​ຕື່ມ​ອີກ. ຫ້າ, ພັດທະນາ​ຈຸດ​ເຕີບ​ໂຕ​ໃໝ່​ແຫ່ງ​ການ​ຮ່ວມ​ມື​​ໃນອະນຸ​ພາກ​ພື້ນ ​ແລະ ຫົກ, ​ແກ້​ໄຂ​ບັນຫາ​ທະ​ເລ​ຈີນ​ໃຕ້​ໃຫ້​ເໝາະ​ສົມ.

ນອກ​ນີ້, ທ່ານຫຼິວ​ເຈີ້ນ​ໝິນ ຍັງ​ໄດ້​ປະກອບ​ຄຳ​ເຫັນ​ຕໍ່​ການ​ພັດທະນາການ​ຮ່ວມ​ມືອາ​ຊຽນ ບວກ ຈີນ, ຍີ່ປຸ່ນ ​ແລະ ສ.​ເກົາຫຼີ(10+3), ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ ​ແລະ ​ເວທີ​ປຶກສາ​ຫາລື​ພາກ​ພື້ນອາ​ຊຽນ ອີກ​ດ້ວຍ

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ