ເລ​ຂາ​ທິການ​ໃຫຍ່​ສປຊກ່າວ​ປະນາມສປປ.​ເກົາຫຼີ​ທີ່​ຍິງ​ຂີ​ປະ​ນາ​ວຸດ​, ຂະນະ​ທີ່ລັດ​ເຊ​ຍຮຽກ ຮ້ອງ​ໃຫ້​​ແຕ່ລະ​ຝ່າຍໃຈເຢັນ
2017-02-14 16:03:35  cri 
ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ: ວັນ​ທີ 13 ກຸມພາ​ນີ້, ​ໂຄສົກ​ຂອງທ່ານ​Antonoio Guterres ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ອອກ​ຖະ​ແຫຼ​ງການ​ກ່າວ​ປະນາມສປປ.​ເກົາຫຼີ​ທີ່​ໄດ້​ຍິງ​ຂີ​ປະ​ນາ​ວຸດ​ໃນ​ວັນ​ທີ 12 ກຸ​ມພາ​ນີ້ ເຊິ່ງ​​ເປັນ​ການ​ລະ​ເມີ​ດ​ມະຕິຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ອີກ​ເທື່ອໜຶ່ງ.

ການ​ນຳ​ຂອງ​ສປປ.​ເກົາຫຼີ​ຕ້ອງ​ປະຕິບັດ​ຕາມ​ພັນທະ​ສາກົນ ​ແລະ​ກັບ​ຄືນ​ສູ່​ການ​​ເປັນ​ປະ​ເທດ​ບໍ່​ມີ​ນິວ​ເຄຼຍ. ຂະນະ​ດຽວ​ກັນ, ທ່ານAntonoio Guterres ກໍ​ໄດ້ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ສືບ​ຕໍ່​ຮັບ​ມື​ກັບ​ສະຖານະ​ການ​ດັ່ງກ່າວ.

​ໃນ​ມື້​ດຽວ​ກັນ, ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍອອກ​ຖະ​​ແຫຼ​ງການ​ວ່າ: ການ​ຍິງ​ຂີ​ປະ​ນາ​ວຸດ​ຂອງ​ສປປ.​ເກົາຫຼີ​​ໃນ​ວັນ​ທີ 12 ກຸມພາ​ນີ້ເປັນ​ການຝ່າຝືນ​ມະຕິ​ທີ່​ກ່ຽວຂ້ອງ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ເຊິ່ງ​ເປັນ​ສິ່ງ​ທີ່​ໜ້າເສຍ​ໃຈ ​ແລະ​ເປັນຫ່ວງ. ​ແນວ​ໃດ​ກໍ​ດີ, ລັດ​ເຊຍ​ເຊື່ອ​ໝັ້ນ​ວ່າ ​ແນວທາງ​ການ​ທູດ​ເປັນ​ວິທີ​ດຽວ​ໃນ​ການ​ແກ້​​ໄຂ​ບັນຫາ​ແຫລມ​ເກົາຫຼີ​ທີ່​ກວມ​​ເອົາ​ບັນຫາ​ນິວ​ເຄຼຍ ພ້ອມ​ຮຽກຮ້ອງ​ໃຫ້​ແຕ່ລະ​ຝ່າຍ​ໃຈເຢັນ​ຕໍ່ການ​ຍິງ​ຂີ​ປະ​ນາ​ວຸດ​ຂອງ​ສປປ.​ເກົາຫຼີ ​​ເພື່ອ​ບໍ່​ໃຫ້​ສະຖານະ​ການ​ເຄັ່ງ​ຕຶງ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ