ຊຸກຍູ້​ການ​ຕິດ​ສະຫຼາກ​ສິນຄ້າ​ເປັນ​ພາສາ​ລາວ
2017-02-14 16:14:14  cri 
​ໂດຍ​ປະຕິບັດຕາມ​ຄຳ​ສັ່ງ​ແນະນຳ​ຂອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ​ການ​ຄ້າ ກ່ຽວ​ກັບ​ການ​ຕິດ​ສະ​ຫຼາກ​ສິນຄ້າ​ເປັນ​ພາສາ​ລາວ ວັນ​ທີ 10 ກຸມພາ 2017 ຜ່ານ​ມາ ກະຊວງ​ອຸດສາຫະກຳ ​ແລະ​ການ​ຄ້າ​ ​ໄດ້​ສົມທົບ​ກັບ​ພະ​ແນ​ກອຸດສາ ຫະກຳ ​ແລະ​ການ​ຄ້າ.ນວ ພ້ອມ​ພາກສ່ວນ​ທີ່​ກ່ຽວຂ້ອງ ລົງ​ຕິດຕາມ​ຊຸກ​ຍູ້​ການ​ຕິດຕາມ​ສະຫຼາກ​ສິນ​ຄ້າ​ເປັນ​ພາສາ​ລາວ​ຢູ່​ນະຄອນ​ຫຼວງ​ວຽງ​ຈັນ.

ການ​ລົງ​ຕິດຕາມ​ຊຸກຍູ້ການ​ຕິດ​ສະຫຼາກ​ສິນຄ້າ​ຂອງ​ຄະນະ​ຄັ້ງ​ນີ້ ​ເຊິ່ງນຳ​ໂດຍ​ທ່ານ ສົມ​ຈິດ ອິນ​ທະ​ມິດ ຮອງ​ລັດຖະມົນ​ຕີ​ກະຊວງ​ອຸດສາຫະກຳ ​ແລະ​ການ​ຄ້າ​ໄດ້​ລົງ​ຕິດ​ຕາມຊຸກ​ຍູ້​ການ​ຕິດ​ສະຫຼາກ​ສິນ​ຄ້າ​ຢູ່ 3 ບໍລິ​ສັດ ຄື: ບໍລິສັດ ຊີ​ໄອ ການ​ຄ້າ ຂາອອກ-ຂາ​ເຂົ້າ ຈຳກັດ​ຜູ້​ດຽວ ບໍລິສັດ ພອນ​ສະຫວັນ ຂາ​ອອກ-ຂາ​ເຂົ້າ ຈຳກັດ​ຜູ້​ດຽວ ​ແລະ​ບໍລິສັດ ສົມບູນ​ການ​ຄ້າ ຂາ​ອອກ-ຂາ​ເຂົ້າ ຈຳກັດ​ຜູ້ດຽວ ຈຸດປະສົງ​ຂອງ​ການ​ລົງ​ຕິດຕາມ​ຊຸກຍູ້​ການ​ຕິດ​ສະຫຼາກ​ສິນຄ້າ​ເປັນ​ພາສາ​ລາວ ກໍ່​ເພື່ອ​ໃຫ້​ຜູ້​ສະໜອງ​ສິນຄ້າ​ທີ່​ຜະລິດ​ພາຍ​ໃນ ​ແລະ​ນຳ​ເຂົ້າ​ຈາກ​ຕ່າງປະ​ເທດ ​ເພື່ອ​ຈຳໜ່າຍ​ໃຫ້​ມີ​ສະຫຼາກ​ເປັນ​ພາສາ​ລາວ​ຕິດ ຖ້າວ່າ​ສິນຄ້າ​ໃດ​ບໍ່​ຕິດ​ສະຫຼາກ​ເປັນ​ພາສາ​ລາວ​ຖື​ວ່າ​ແຫຼ່ງທີ່​ມາ​ຂອງ​ສິນຄ້າ​ນັ້ນ​ບໍ່​ຖືກຕ້ອງ​ຕາມ​ລະບຽບ​ກົດໝາຍ (ຍົກ​ເວັ້ນສິນຄ້າ​ທີ່ຖືກ​ຍົກ​ເວັ້ນການ​ຕິດ​ສະຫຼາກ​ຕາມ​ທີ່​ກຳນົດ​ໄວ້​​ໃນ​ມາດຕາ 4 ຕາມ​ຄຳ​ສັ່ງ​ຂອງລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ ​ແລະ​ການ​ຄ້າ).

ວິ​ທີ​ການ​ຕິດ​ສະຫຼາກ​ສິນຄ້າ​ແມ່ນຕ້ອງ​ຕິດ​ໃຫ້​ແໜ້ນ​ບໍ່​ໃຫ້​ຕົກ​ເຮ່ຍ​ໄດ້​ງ່າຍ ​ແລະ​ອ່ານ​ໄດ້​ສະດວກ ຕ້ອງ​ຕິດ​ໃສ່​ຕົວ​ສິນຄ້າ ພາ​ຫະ​ນະ​ບັນ​ຈຸ ຫິບ​ຫໍ່​ບັນຈຸ​ສິນຄ້າ​ແກັດ ຫຼື ຖັງ ​ແລະ​ສາມາດ​ຕິດ​ກັບ​ສະຫຼາກ​ເດີມ​ໄດ້ ສຳ​ລັບ​ຜູ້​ຜະລິດ​ພາຍ​​ໃນ ຜູ້ນຳ​ເຂົ້າ ຜູ້​ຂາ​ຍ ຍົກ​ຕົວ​ແທນ​ຈຳໜ່າຍ ​ແລະ​ຂາ​ຍຍ່ອຍສິນຄ້າ​ທີ່​ລະ​ເມີ​ດຄຳ​ສັ່ງ​ແມ່ນ​ຈະ​ຖືກ​ກ່າວ​ເຕືອນ ​ແລະ​ເຮັດ​ບົດ​ບັນ​ທຶກ ປັບ​ໃໝ ​ໃຫ້​​ໂຈະ ຫຼື ຖອນ​​ໃບ​ທະບຽນ​ວິ​ສາ​ຫະກິດ ພ້ອມ​ທັງຢຶດ ຫຼືອາ​ຍັດ​ສິນຄ້າ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ