ຮອດປີ 2020 ລາວຈະດຶງດູດການລົງທຶນໃຫ້ກວມ 29% ຂອງ GDP
2017-02-14 16:16:13  cri 
   ໜັງສືພິມລາວພັດທະນາ: ກະຊວງແຜນການ ແລະ ການລົງທຶນໃຫ້ຮູ້ວ່າ: ຕາມແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 
VIII (2016-2020) ໄດ້ກຳນົດເອົາການຂະຫຍາຍຕົວຂອງ GDP ບໍ່ໃຫ້ຫລຸດ 7,5% ຕໍ່ປີ ແລະ ການລົງທຶນທັງໝົດປະມານ
223.000 ຕື້ກີບກວມ 30% ຂອງ GDP.

ຜ່ານການຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາເຫັນວ່າອັດຕາການເຕີບໂຕຂອງເສດຖະກິດປະເທດເຮົາອາດຈະບໍ່ສາມາດບັນລຸ
ຕາມແຜນການ 5 ປີວາງໄວ້ຄື: ສົກປີ 2015-2016 ຄາດຄະເນການເຕີບໃຫຍ່ຂອງ GDP ແລະ ບັນລຸໄດ້ພຽງ 6,9% ຍ້ອນມີ
ຜົນກະທົບຈາກສະພາບເສດຖະກິດຂອງສາກົນ ແລະ ພາກພື້ນ ແລະ ຄວາມຫຍຸ້ງຍາກດ້ານງົບປະມານອາດບໍ່ສາມາດບັນລຸຕາມ
ແຜນລາຍຮັບ-ລາຍຈ່າຍໄດ້, ຂະນະດຽວກັນວາລະຂອງການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານໄດ້
ປ່ຽນຈາກສົກປີງົບປະມານມາເປັນປີປະຕິທິນ, ດ້ວຍເຫດຜົນດັ່ງກ່າວ ກະຊວງແຜນການ ແລະ ການລົງທຶນ ຈຶ່ງໄດ້ຄິດໄລ່ຕົວເລກ
ຄາດໝາຍອັດຕາການເຕີບໃຫຍ່ຂອງເສດຖະກິດໃນໄລຍະ 4 ປີຕໍ່ໜ້າຄືນໃໝ່ຄື: ປີ 2017 ແລະ 2018 ແມ່ນ 7%, ປີ 2019
ຄາດວ່າຈະບັນລຸ 7,3% ແລະ ປີ 2020 ຈະບັນລຸ 7,5% ເຊິ່ງຕົວເລກດັ່ງກ່າວລັດຖະບານເຫັນດີໃຫ້ນຳສະເໜີຕໍ່ສະພາແຫ່ງ
ຊາດເພື່ອພິຈາລະນາຮັບຮອງ ດັ່ງນີ້: ອັດຕາການຂະຫຍາຍຕົວຂອງເສດຖະກິດ (GDP) ໃນໄລຍະ 4ປີ 2017-2020 ສະເລ່ຍ
ບໍ່ໃຫ້ຫລຸດ 7,2% , ໃນນີ້ຂະແໜງກະສິກຳ-ປ່າໄມ້ຂະຫຍາຍຕົວ 3,4% ກວມເອົາປະມານ 16,8%, ຂະແໜງອຸດສາຫະກຳຂະ
ຫຍາຍຕົວ 9,3% ກວມເອົາປະມານ 39%, ຂະແໜງບໍລິການຂະຫຍາຍຕົວ 8,1% ກວມເອົາປະມານ 35,4%, ພາສີ-ອາກອນ
ຜະລິດຕະພັນ ແລະ ການນຳເຂົ້າຂະຫຍາຍຕົວ 5% ກວມເອົາປະມານ 8,8% ຂອງ GDP ໃນປີ 2020, ລວມຍອດຜະລິດຕະ
ພັນພາຍໃນສະເລ່ຍຕໍ່ຫົວຄົນໃຫ້ບັນລຸໄດ້ປະມານ 2.978 ໂດລາສະຫະລັດໃນປີ 2020.

ສຳລັບການລົງທຶນແຕ່ປີ 2017-2020 ຄາດຄະເນກວມ 29% ຂອງ GDP, ຄິດເປັນມູນຄ່າປະມານ 173.329 ຕື້ກີບ, ໃນນັ້ນ
ການລົງທຶນຂອງລັດກວມ 12-15%, ການລົງທຶນຈາກການກູ້ຢືມ ແລະ ເງິນຊ່ວຍເຫລືອທາງການເພື່ອການພັດທະນາກວມ
15-24%,ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງ ປະເທດກວມ 40-49% ແລະ ການລົງທຶນຈາກລະບົບເງິນຕາກວມ
21-23% ຂອງການລົງທຶນທັງໝົດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ