ຈີນ​ຈະ​ຍິງ​ສົ່ງ​ຍານ​ອະວະກາດບັນທຸກເຄື່ອງ "ຖ່ຽນ​ໂຈ​ວ​ເລກ​ໜຶ່ງ" ລະຫວ່າງ​ກາງ​ເດືອນ​ຫາ​ທ້າຍ​ເດືອນ​ເມສາ​ປີ​ນີ້
2017-02-14 14:53:33  cri 
ວັນ​ທີ 13 ກຸມພາ​ນີ້, ຫ້ອງການ​ໂຄງການ​ການບິນ​ອະວະກາດ​ບັນທຸກຄົນ​ຂອງ​ຈີນ​ເປີດ​ເຜີຍ​ວ່າ, ຍານ​ອະວະກາດ​ບັນທຸກ​ເຄື່ອງ "ຖ່ຽນ​ໂຈ​ວ​ເລກ​ໜຶ່ງ" ທີ່​ຈີນ​ຄົ້ນຄວ້າ​ຜະລິດ​ເອງ ຈະ​ຍິງ​ສົ່ງຂຶ້ນ​ດ້ວຍ​ຈະ​ຫຼວດສົ່ງ​ຍານ "ສາງ​ເຈິ່ງ​ເລກ 7 ຢາ​ວ 2" ​ໃນ​ລະຫວ່າງ​ກາງຫາ​ທ້າຍ​ເດືອນ​ເມສາ​ປີ​ນີ້. ​ໂດຍ​ໃນ​ມື້​ດຽວ​ກັນ, "ຖ່ຽນ​ໂຈ​ວເລກ​ໜຶ່ງ" ​ໄດ້​ຂົນ​ສົ່ງ​ໄປ​ເຖິງ​ສະໜາ​ມຍິງ​ສົ່ງ​ເວິນ​ຊາງ​ແຂວງ​ໄຫ​ຫຼຳ ​ເພື່ອ​ດຳ​ເນີນ​ການ​ປະກອບ​ຕິດ​ຕັ້ງ ​ແລະ​ທົດ​ລອງ​ຄັ້ງ​ສຸດ​ທ້າຍ.

"ຖ່ຽນ​ໂຈ​ວ່​ເລກ​ໜຶ່ງ" ມີ​ສອງ​ຫ້ອງ ​ເຊິ່ງປະກອບ​ດ້ວຍ​ຫ້ອງ​ບັນທຸກ​ເຄື່ອງ ​ແລະ​ຫ້ອງ​ຊຸກ​ດັນ ​ໂດຍ​ມີຍາວ 10,6​ແມັດ, ​ເສັ້ນ​ຜ່າ​ສູນກາງ​ບ່ອນ​ກວ້າງ​ສຸດ​ 3,35​ແມັດ, ປີກ​ພະລັງ​ຕາ​ເວັນ​ກວ້າງ​ສຸດ​ 14,9​ແມັດ, ຂະນະ​ທີ່​ນ້ຳໜັກ​ໃນ​ເວລາ​ຍິງ​ສົ່ງມີ​ເຖິງ 13 ​ໂຕນ, ສາມາດ​ຂົນ​ສົ່ງ​ເຄື່ອງ​​ໄດ້ 6 ​ໂຕນ ​ແລະ​ບິນ​ໄດ້ 3 ​ເດືອນ. "ຖ່ຽນ​ໂຈ​ວ່​ເລກ​ໜຶ່ງ" ສາມາດ​ເຊື່ອມ​ຕໍ່​ກັບ "ຖ່ຽນ​ກຸ່ງ​ເລກ​ສອງ", ​ເພີ່ມ​ວັດຖຸ​ເຊື້ອ​ໄຟ​ຊຸກ​ດັນ​ຢູ່​ຕາມ​ວົງ​ໂຄຈອນ, ດຳ​ເນີນ​ການ​ທົດ​ລອງ​ທາງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຢູ່​ອະວະກາດ ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ