ອາ​ເມ​ລິ​ກາ​ແລະ​ໄທ​​ຊ້ອມ​ຮົບ​ຮ່ວມ "ງູ​ເຫົ່າ​ຄຳ 2017"
2017-02-14 16:39:29  cri 
ນັບ​ແຕ່ວັນ​ທີ 14 ຫາ ວັນ​ທີ 24 ກຸມພາ​ນີ້ ຕາມ​ເວລາ​ບາງກອກ, ອາ​ເມ​ລິ​ກາ​ແລະ​ໄທ​ຈະ​ຈັດການ​ຊ້ອມ​ຮົບ​ຮ່ວມ "ງູ​ເຫົ່າ​ຄຳ 2017" ຢູ່​ປະ​ເທດ​ໄທ.

ຂ່າວ​ແຈ້ງວ່າ, "ງູ​ເຫົ່າ​ຄຳ" ​ເປັນ​ການ​ຊ້ອມ​ຮົບ​ຮ່ວມ​ທາງ​ມະນຸດສະທຳ​ຂະໜາດ​ໃຫຍ່​ທີ່​ຈັດ​ຮ່ວມ​ໂດຍ​ກອງ​ບັນຊາ​ການ​ທະຫານ​ມະຫາ​ສະມຸດ​ປາຊີ​ຟິກອາ​ເມ​ລິ​ກາ​​ ​ແລະ​ກອງ​ບັນຊາ​ການ​ທະຫານ​ຮ່ວມ​ໄທ. ນອກ​ນີ້, ສ.​ເກົາຫຼີ, ມາ​ເລ​ເຊຍ, ສິງກະ​ໂປ, ອິນ​ໂດ​ເນ​ເຊຍ, ອິນ​ເດຍ, ຍີ່ປຸ່ນ ​ແລະ​ຈີນ ​ໄດ້ຕົກລົງ​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ຮ່ວມ​ດັ່ງກ່າວ,  ຂະນະ​ທີ່ອີກ 10 ປະ​ເທດ ​ເຊັ່ນ: ອັງກິດ, ຝຣັ່ງ, ກາ​ນາ​ດາ​ເປັນ​ຕົ້ນ​ຈະ​ເຂົ້າ​ຮ່ວມ​ໃນ​ຖານະ​ປະ​ເທດ​ສັງ​ເກດ​ການ.

ການ​ຊ້ອມ​ຮົບ​ຮ່ວມ "ງູ​ເຫົ່າ​ຄຳ" ​ເປັນ​ການ​ຊ້ອມ​ຮົບ​ຮ່ວມ​ຫຼາຍ​ຝ່າຍ​ປະຈຳ​ປີ​ທີ່​ຈັດ​ໂດຍ​ອາ​ເມ​ລິ​ກາ​ແລະ​ໄທ, ​ເປັນ​ການ​ຊ້ອມ​ຮົບ​ຮ່ວມ​ທີ່​ມີ​ອິດ​ທິພົນ​ທີ່​ສຸດ​​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ໂດຍ​ໄດ້​ເລີ່​ມຈັດຂຶ້ນ​ແຕ່​ປີ 1982 ​ເປັນ​ຕົ້ນ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ