ກຳປັ່ນ​ໂດຍສານ​ຈາກ​ພັດທະຍາ​ຫາ​ຫົວ​ຫີນ​ໄດ້​ເປີດ​ບໍລິການ​ຢ່າງ​ເປັນ​ທາງການ
2017-02-14 16:50:21  cri 
ວັນ​ທີ 12 ກຸມພາ​ນີ້ ຢູ່​ພັດທະຍາ, ທ່ານ​ອາຄົມ ​ເຕີມ​ພິທະຍາ​ໄພສິດ ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ໄທ​ໄດ້​ປະກາດ​ເປີດ​ການ​ບໍລິການ​ກຳປັ່ນ​ໂດຍສານ​ລະຫວ່າງ​ພັດທະຍາ​ຫາ​ຫົວ​ຫີນ​ ​ເຊິ່ງ​ເປັນ​ສອງ​ແຫຼ່ງທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ໄທ​ຢ່າງ​ເປັນທາງ​ການ.

​ທ່ານ​ອາຄົມ​ກ່າວ​ວ່າ, ກຳ​ປັ່ນ​ໂດຍສານ​ທີ່​ຜ່ານ​ໃນ​ໄລຍະ​ທາງ 116 ກິ​ໂລ​ແມັດ ​ແລະ​ໃຊ້​ເວລາ​ສອງ​ຊົ່ວ​ໂມງ ​ເໝືອນ​ດັ່ງ​ການຂີ່​ເຮືອບິນ. ສະ​ນັ້ນ, ບັນຫາ​ຄວາມ​ປອດ​ໄພ​​ຈິ່ງສຳຄັນ​ທີ່​ສຸດ ​ໂດຍກ່ອນ​ຈະ​ຂຶ້ນ​ກຳ​ປັ່ນ, ຕ້ອງ​ຜ່ານ​ການ​ກວດກາ​ຄວາມ​ປອດ​ໄພ​ຕາມ​ມາດຕະຖານ​ຂອງ​ການຂີ່​ເຮືອບິນ. ພ້ອມ​ນີ້, ຖ້າ​ຂີ່​ລົດ​ທາງບົກຈາກ​ພັດທະຍາ​ໄປ​ຫົວ​ຫີນ​ຕ້ອງ​ໃຊ້ເວລາ 5 ​ຊົ່ວ​ໂມງ, ​ແຕ່ປັດຈຸບັນ, ການຂີ່​ເຮືອ​ໃຊ້​ເວລາສອງ​ຊົ່ວ​ໂມງ​ເທົ່າ​ນັ້ນ, ​ເຊິ່ງຈະ​​ເຮັດໃຫ້​ແຫຼ່ງທ່ອງ​ທ່ຽວ​ຕ່າງໆ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຫຼາຍ​ຂຶ້ນ ​ແລະ​ຊຸກ​ຍູ້​ການ​ພັດທະນາ​ເສດຖະກິດ​ທ້ອງ​ຖິ່ນຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ