ແຂວງປາລາວັນປະ​ເທດຟີລິບປິນຈະ​ແຮກສ່ຽວກັບແຂວງໄຫຫຼຳຈີນ
2017-02-14 16:56:07  cri 
ຕາມຂ່າວສານຈີນ: ວັນທີ 13 ກຸມພານີ້, ທ່ານ​ວາງ​ເຊິ້ງ ຫົວໜ້າ​ຫ້ອງການ​ພົວພັນ​ຕ່າງປະ​ເທດ​ແລະ​ຊາວ​ຈີນ​ຕ່າງ​ດ້າວ​ແຂວງ​ໄຫຫຼຳຈີນ​ເປີດ​ເຜີຍ​ວ່າ, ແຂວງຂອງ​ຕົນ​ໄດ້​ເປັນ​ເອກ​ະພາບ​ກັບ​ແຂວງ​ປາ​ລາ​ວັນປະ​ເທດ​ຟີ​ລິບ​ປິນ ​ແລ້ວວ່າ​ຈະ​ສ້າງ​ເປັນ​ແຂວງ​​ແຮກສ່ຽວ​ກັນ.

ທ່ານ​ວາງ​ເຊິ້ງ​ເຫັນ​ວ່າ, ພາຍ​ຫຼັງ​ສ້າງ​ເປັນ​ແຂວງ​ແຮກສ່ຽວແລ້ວ, ​ແຂວງ​ປາ​ລາ​ວັນ​ກັບ​ແຂວງ​ໄຫ​ຫຼຳຈະ​ມີ​​ໂອກາດຮ່ວມ​ມື​ທີ່ກວ້າງຂວາງ​ທັງ​ໃນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ການທ່ອງທ່ຽວ, ການ​ຍົກ​ລະດັບ​ບຸກຄະລາ​ກອນ​ທ່ອງ​ທ່ຽວ, ການ​ຄ້າ ​ແລະ​ການ​ສຶກສາ ​ໂດຍ​ແຂວງ​ໄຫ​ຫຼຳຈະ​ເສີມ​ຂະຫຍາຍ​ທ່າ​ແຮງ​ຂອງ​ຕົນ ​ແລະປຶກສາ​ກັບ​​ແຂວງ​ປາ​ລາ​ວັນ ​ເພື່ອ​ຮ່ວມ​ມືກັນ​ໃຫ້ແໜ້​ນ​ແຟ້ນ.

​ໃນ​ໂອກາດໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ໃນ​ມື້​ດຽວ​ກັນ, ​ເຈົ້າ​ແຂວງ​ແຂວງ​ປາ​ລາ​ວັນ​ກໍ​​ໄດ້​ສະ​ແດງ​ຄວາມ​ມຸ່ງ​ຫວັງ​ອັນ​ແຮງ​ກ້າ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ແຂວງ​ໄຫ​ຫຼຳ, ​ໂດຍ​ກ່າວ​ເນັ້ນ​ວ່າ ປັດຈຸບັນ​ແມ່ນ​ໂອກາດທີ່​ສົດ​ໃສແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ແຂວງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ