ຈີນ​ຄັດຄ້ານ​ສປປ​ເກົາຫຼີຍິງ​ຂີ​ປະ​ນາ​ວຸດ
2017-02-14 15:25:18  cri 
    ຫຼັງ​ສປປ​ເກົາຫຼີທົດ​ລອງ​ຍິງ​ຂີ​ປະ​ນາ​ວຸດ​ຍຸດ​ທະ​ສາດ​ໜ້າດິນ​ສູ່ໜ້າ​ດິນ​ໄລຍະ​ກາງ​ແລະ​ຍາວ​ສຳ​ເລັດໃນ​ວັນ​ທີ 12 ກຸມພາ​ນີ້, ທ່ານ ​ເກິ​ງສວງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ກໍ​ໄດ້ກ່າວ​ຢູ່​ນະຄອນຫຼວງປັກ​ກິ່ງ​ໃນວັນ​ທີ 13 ກຸມພາ​ນີ້​ວ່າ, ຈີນ​ຄັດຄ້ານ​ສປປ​ເກົາຫຼີທີ່ລະ​ເມີດ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ ​ໂດຍ​ຍິງຂີ​ປະ​ນາ​ວຸດດັ່ງກ່າວ ທັງຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ຈົ່ງ​ຮັກສາ​ຄວາມ​ອົດ​ກັ້ນ​ໄວ້ ​ແລະ​ຮ່ວມ​ກັນ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ຕົນ.

    ທ່ານ ​ເກີ​ງສວງ ກ່າວວ່າ, ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ ​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງ​ຕໍ່ການ​ນຳ​ໃຊ້​ເຕັກນິກຂີ​ປະ​ນາ​ວຸດ​ເພື່ອຍິງ. ຈາກ​ນີ້ ຈີນ​ຈຶ່ງ​ຄັດຄ້ານ​ສປປ​ເກົາຫຼີທີ່​ລະ​ເມີດ​ການ​ກຳນົດ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ແລະ​ດຳ​ເນີນ​ການ​ຍິງ​ຂີ​ປະ​ນາ​ວຸດ. ຈາກ​ສະຖານະ​ການ​ໃນ​ປັດຈຸບັນ, ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ ບໍ່​ຄວນ​​ເຮັດ​​ໃຫ້​ເກີດເລື່ອງ​ທີ່​ອາດ​ຈະ​ເຮັດ​ໃຫ້​ສະຖານະ​ການ​ແຫຼມ​ເກົາຫຼີ​ເຄັ່ງ​ຕຶງ​ຂຶ້ນຕື່ມ ​ແລະຄວນ​ຮັກສາ​ຄວາມ​ອົດ​ກັ້ນ​ໄວ້ ​ແລະ​ຮ່ວມ​ກັນ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ຕົນ. ​ແນວ​ໃດ​ກໍ​ດີ, ຈີນ​ໄດ້​ຮັບ​ຂ່າວ​ທີ່​ສະພາ​ຄວາມ​ໝັ້ນຄົງ​ຈະ​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ເຫດການ​ດັ່ງກ່າວ ​ແລະ​ຈະ​ສື​ບຕໍ່​ເຂົ້າຮ່ວມ​ຕາມ​ທ່າ​ທີ​ທີ່​ຮັບຜິດຊອບ​ແລະ​ມີ​ລັກສະນະ​ສ້າງສັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ