ຈີນ​ຮຽກຮ້ອງ​ໃຫ້​ຮັກສາ​ຄວາມ​ປອດ​ໄພ​​ໃນ​ໂຄງການ​ເຊື່ອມ​ຈອດ​ກັນ​ແລະການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ໃນ​ພາກ​ພື້ນ
2017-02-14 16:31:40  cri 
    ຕາມ​ຂ່າ​ວສານ​ຈີນ: ວັນ​ທີ 13 ກຸມພາ​ນີ້, ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​​ອະພິປາຍ​ຢ່າງ​ເປີດ​ເຜີຍ​ແລະ​ຜ່ານ​ມະຕິ​ກ່ຽວ​ກັບ​ຫົວ​ຂໍ້ "ປົກ​ປັກ​ຮັກສາ​ບໍ່​ໃຫ້​ພື້ນຖານ​ໂຄງ​ລ່າງ​ສຳຄັນ​ຖືກ​ຫຼອນ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ".

    ທ່ານ ລິວ​ເຈ​ອີ່ ຜູ້ຕາງໜ້າ​ຖາວອນ​ຂອງ​ຈີນ​ປະຈຳ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ວ່າ, ສະພາບ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ​​ໃນທົ່ວ​ໂລກ ນັບ​ມື້​ນັບ​ຂ້ຽວຂາດ ​ໂດຍ​ພື້ນຖານ​ໂຄງ​ລ່າງ​​ໄດ້​ກາຍ​ເປັນ​ເປົ້າໝາຍຂອງ​ການ​ຫຼອນ​ໂຈມ​ຕີ​ແບ​ບກໍ່​ການ​ຮ້າຍ. ຂະນະ​ທີ່ຫວ່າງ​ມໍ່ໆ​ມາ​ນີ້, ທົ່ວ​ໂລກ​ໄດ້​ເກີດ​ເຫດການຫຼອນ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍທັງ​ສະໜາມບິນ, ສະຖານີ​ລົດ​ແລະ​ພື້ນຖານ​ໂຄງ​ລ່າງ​ອື່ນໆ​ຈຳນວນ​ໜຶ່ງ ສົ່ງ​ຜົນ​ເຮັດ​ໃຫ້​ສັງຄົມ​ເກີດ​ຄວາມ​ສະທ້ານ​ຢ້ານ​ກົວ​​ເປັນ​ທີ່​ສຸດ ​ແລະ​ໄດ້​ທຳລາຍ​ຊີວິດ​ກໍ​ຄື​ຊັບ​ສິນ​ຂອງ​ປະຊາຊົນ​ຢ່າງ​ໜັກໜ່ວງ. ​ແນວ​ໃດ​ກໍ​ດີ ປະຊາ​ຄົມ​ໂລກ​ຄວນ​ເອົາ​ໃຈ​ໃສ່​ສູງ​ຕໍ່​ສະພາບ​ດັ່ງກ່າວ ​ແລະ​ຮ່ວມ​ແຮງ​ກັນ​ປາບ​ປາມຢ່າງ​ເດັດດ່ຽວ.

    ທ່ານ ລິວ​ເຈ​ອີ່ ກ່າວ​ຕື່ມ​ວ່າ, ທຸກ​ປະ​ເທດ​ຄວນ​ຮັບຜິດຊອບ​ໜ້າ​ທີ່​ຂອງ​ຕົນ​ໃນ​ການ​ປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ​​ໃຫ້​ແກ່ພື້ນຖານ​ໂຄງ​ລ່າງ​ຢ່າງ​ແທ້​ຈິງ, ​ແຕ່ລະ​ປະ​ເທດ​ຕ້ອງ​ເພີ່ມ​ຄວາມ​ສາມາດ​ໃນ​ການ​ຮັບ​ມື​ກັບ​ການຫຼອນ​ໂຈມ​ຕີ​ພື້ນຖານ​ໂຄງ​ລ່າງແບບ​ກໍ່​ການ​ຮ້າຍ ​ແລະ​ຮັກສາ​ຄວາມ​ປອດ​ໄພ​​ໃຫ້​ແກ່​ພື້ນຖານ​ໂຄງ​ລ່າງ​ຢ່າງ​ແທ້​ຈິງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ