ການ​ເຈລະຈາ​ສັນຕິພາບ​ຊີຣີ​ເທື່ອ​ໃໝ່​ຈະ​ຈັດ​ຂຶ້ນຢູ່​ເຊີ​ແນວ​ໃນ​ໄວໆ​ນີ້
2017-02-14 16:36:06  cri 
    ຕາມ​ຂ່າວສານ​ຊິນ​ຮວາ: ຫ້ອງການ​ທ່ານ ສະ​ຕາ​ຟັນ ​ເດີ ມີ​ສະຕູຣາ ທູດ​ພິ​ເສດ​ບັນ​ຫາ​ຊີຣີອົງການ​ສະຫະ​ປະຊາ​ຊາດ ​ໄດ້ອອກ​ແຈ້ງ​ການ​ໃນ​ວັນ​ທີ 13 ກຸມພາ​ນີ້​ວ່າ, ການຟື້ນ​ຟູ​ການ​ເຈລະຈາ​ສັນຕິພາບ​ຊີຣີ​ເທື່ອ​​ໃໝ່​ ຈະ​ຈັດ​ຂຶ້ນຢູ່​ເຊີ​ແນວ​ໃນ​ວັນ​ທີ 23 ກຸມພາ​ນີ້.

    ແຈ້ງ​ການ​ລະບຸ​ວ່າ, ​ໄດ້​ສົ່ງ​ຈົດໝາຍ​ເຊີນ​ໃຫ້​ຜູ້​ຕາງໜ້າ​ທີ່​ຈະ​ຮ່ວມ​ກອງ​ປະຊຸມ​ໃນ​ວັນ​ທີ 13 ກຸມພາ​ນີ້​ ​ແລະ​ພວມ​ຕັ້ງໜ້າ​ດຳ​ເນີນ​ກ​ານ​ກະກຽມ​ຢູ່ຢ່າງ​ເຄັ່ງຮ້ອນ, ຂະນະ​ທີ່​ຜູ້ຕາງໜ້າ​ຈະມາ​ເຖິງ​ເຊີ​ແນວ​ກ່ອນ​ແລະຫຼັງວັນ​ທີ 20 ກຸມພາ ​ເພື່ອ​ປຶກສາ​ຫາລື​ກັບ​ທ່ານ ສະ​ຕາ​ຟັນ ​ເດີ ມີ​ສະຕູຣາ ທູດ​ພິ​ເສດ​ແລະ​ຄະນະ​ຂອງ​ທ່ານ​ກ່ອນ. ​ແນວ​ໃດ​ກໍ​ດີ, ການ​ເຈລະຈາ​ສັນຕິພາບ​ຈະ​ດຳ​ເນີນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 23 ກຸມພາ​ນີ້.

    ມາ​ຮອດ​ປັດຈຸບັນ, ການ​ເຈລະຈາ​ສັນຕິພາບ​ຊີຣີຢູ່​ເຊີ​ແນວ​ເທື່ອ​ນີ້ ​ໄດ້​ຖືກ​ເລື່ອນ​ມາ​ແລ້ວ 2 ​ເທື່ອ​ ​ເຊິ່ງທ່ານ ສະ​ຕາ​ຟັນ ​ເດີ ມີ​ສະຕູຣາ ​ໄດ້ປະກາດ​ວ່າ ການ​ເຈລະຈາ​ສັນຕິພາບ ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 2 ກຸມພານີ້, ​ແຕ່ຕໍ່​ມາ ກໍກ່າວ​ວ່າ​ຈະ​ເລື່ອນ​ໄປຈົນ​ເຖິງ​ວັນ​ທີ 20 ​ເດືອນ​ດຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ