ລາວກຽມວາງສະແດງສິນຄ້າ ODOP ຄັ້ງທຳອິດ
2017-02-15 15:50:19  cri 
ຕາມຂ່າວ CRI: ງານວາງສະແດງສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນຫຼື ODOP ຂອງ ສປປ ລາວ ຈະຈັດຂຶ້ນເປັນຄັ້ງທຳອິດແຕ່ວັນທີ
22-26 ກຸມພານີ້ຢູ່ສູນການຄ້າລາວໄອເຕັກ (ຕຶກເກົ່າ).

ທ່ານ ສົມຫວັງ ນິນທະວົງ ຫົວໜ້າກົມສົ່ງເສີມການຄ້າກະຊວງອຸດສາຫະກໍາແລະການຄ້າລາວ ກ່າວໃນພິທີຖະແຫຼງຂ່າວຢູ່ສະມາຄົມນັກຂ່າວ
ລາວໃນວັນທີ 14 ກຸມພານີ້ວ່າ: ເບື້ອງຕົ້ນມີ​ຫົວໜ່ວຍ​ທຸລະ​ກິດໄດ້ ຈອງແລ້ວກວ່າ 250 ຫ້ອງວາງສະແດງໂດຍບໍລິສັດຕ່າງໆໄດ້ແຈ້ງເຈດ
ຈຳນົງຈະນຳ ເອົາຜະລິດ ຕະພັນຂອງຕົນເຂົ້າຮ່ວມວາງສະແດງແລະຈຳໜ່າຍໃນງານດັ່ງກ່າວເປັນຕົ້ນ ເຄື່ອງຫັດຖະກຳ, ອາຫານ,​ ຢາແລະ
ອື່ນໆ. ແນວໃດກໍດີ, ຄາດວ່າອາດຈະມີຫຼາຍກວ່ານີ້ເນື່ອງຈາກງານນີ້ເປັນ ການນຳ ສະເໜີ ສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນໃນຂອບເຂດ
ທົ່ວປະເທດແລະທີ່ສຳຄັນບັນດາ ນາຍ ຊ່າງຫຼືຫົວໜ່ວຍທຸລະກິດຈະໄດ້ພົບປະແລະແລກປ່ຽນບົດຮຽນໃນການຜະລິດ, ການໂຄສະ ນາຜະລິດ
ຕະພັນຕ່າງໆທັງພາຍໃນແລະຕ່າງປະເທດ.
 
ທ່ານ ສົມຫວັງ ນິນທະວົງ ກ່າວຕື່ມວ່າ, ນອກຈາກວາງສະແດງແລະຈຳໜ່າຍສິນຄ້າ ODOP ແລ້ວ, ຍັງຈະຈັດກອງປະຊຸມຖອດຖອນບົດ
ຮຽນການຜະລິດສິນຄ້າ, ການປະກວດກະຕ່າຂອງ ຂວັນສິນຄ້າກາໝາຍ ODOP ໂດຍຜູ້ເຂົ້າຮ່ວມຈະເປັນຜູ້ໃຫ້ຄະແນນຕໍ່ສິນຄ້າທີ່ນໍາເຂົ້າ
ປະກວດ.
 
ຜ່ານ​ມາ​ກໍ​ຄື​ປັດຈຸບັນ,ພັກ-ລັດຖະບານລາວໄດ້ເອົາໃຈໃສ່ພັດທະນາເສດຖະກິດ-ສັງຄົມ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ເພື່ອຫຼຸດ
ພົ້ນອອກຈາກປະເທດດ້ອຍພັດທະນາຢ່າງສິ້ນເຊີງໃນປີ 2020 ໂດຍຕິດພັນກັບວຽກງານສາມສ້າງທີ່ແມ່ນຍຸດທະສາດສໍາຄັນແລະຍາວນານ
ຂອງ ພັກໃນການສ້າງຄວາມໝັ້ນຄົງແລະຍືນຍົງໃຫ້ແກ່ປະເທດລາວ ທັງນີ້ໄດ້ຈັດຕັ້ງນະໂຍບາຍ ສົ່ງເສີມວຽກງານໂອດ໋ອບ. ​ໂດຍປັດຈຸບັນ,
​ກົມ ສກຄ ໄດ້ສືບຕໍ່ສົ່ງເສີມສິນຄ້າໂອດ໋ອບຂອງຫົວໜ່ວຍກຸ່ມການຜະລິດ 129 ຫົວໜ່ວຍ, ມີ472 ຜະລິດຕະພັນກວມ​ເອົາ 119 ບ້ານ, 67
ເມືອງ​ໃນ16 ແຂວງທົ່ວປະເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ