ຈີນ​ຢືນຢັນ​ວ່າ​ຍິນ​ດີຊ່ວຍ​ເຫຼືອ​ຟີ​ລິບ​ປິນ​​ກູ້​ໄພ​ແຜ່ນດິນ​ໄຫວ
2017-02-15 11:19:13  cri 
ທ່ານ​ເກິ​ງສວາງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຢືນຢັນ​ໃນພິທີ​ຖະ​ແຫຼ​ງຂ່າວຕາມ​ປົກກະຕິ​ໃນ​ວັນ​ທີ 14 ກຸມພາ​ນີ້​ວ່າ: ລັດຖະບານ​ຈີນ​ຍິນ​ດີ​ຊ່ວຍ​ເຫຼືອ​​ໃນການ​ກູ້​ໄພ​ແຜ່ນດິນ​ໄຫວ​ຢູ່​ຟີ​ລິບ​ປິນຢ່າງ​ຕັ້ງໜ້າ.
ທ່ານ​ເກິ​ງສວາງ​ກ່າວ​ວ່າ: ວັນ​ທີ 10 ກຸມພາ​ນີ້, ​ໄດ້​ເກີດ​ແຜ່ນດິນ​ໄຫວ​ຢູ່ພາກ​ໃຕ້​ຟີ​ລິບ​ປິນ​ ​ເຊິ່ງ​ໄພ​ພິບັດ​ດັ່ງກ່າວສົ່ງ​ຜົນ​ເຮັດ​ໃຫ້​ມີ​ຜູ້​​ເສຍ​ຊີວິດ​ແລະ​ບາດ​ເຈັບ​ທັງ​ສ້າງ​ຜົນ​ເສຍ​ຫາຍ​ຕໍ່ຊັບ​ສິນຕື່ມ​ອີກ. ຜ່ານ​ມາ,ທ່ານ​ຫວາງ​ຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນກໍ​ໄດ້​ສົ່ງ​ໂທລະ​ເລກ​ສະ​ແດງ​ຄວາມ​ເຫັນ​ໃຈ​ເຖິງ​ທ່ານ​ຢາ​ໄຊ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຟີ​ລິບ​ປິນ​ແລ້ວ, ຂະນະ​ທີ່​ອົງການ​ກາ​ແດງ​ຈີນ​ຈະ​ມອບ​ເງິນ​ຊ່ວຍ​ເຫຼືອ​ແບບ​ມະນຸດສະທຳ 5 ໝື່ນ​ໂດ​ລາ​ສະຫະລັດ.

ທ່ານ​ເກິ​ງສວາງ​ກ່າວ​ຕື່ມ​ວ່າ: ລັດຖະບານ​ຈີນ​ຍິນ​ດີ​ຊ່ວຍ​ເຫຼືອ​ຟີ​ລິບ​ປິນ​ໃນການກູ້​ໄພ​ຢ່າງ​ຕັ້ງໜ້າ ​ແລະ​ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ນຳພາ​ຂອງ​ລັດຖະບານ​ຟີ​ລິບ​ປິນ, ປະຊາຊົນ​ເຂດ​ປະສົບ​ໄພ​ຈະ​ສາມາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ແລະ​ຟື້ນ​ຟູ​ການ​ຜະລິດ​ແລະ​ຊີວິດ​ການ​ເປັນ​ຢູ່​ໃຫ້ກັບ​ຄືນ​ສູ່​ສະພາບ​ປົກກະຕິ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ