ສານ​ມຽນມາ​ຕັດສິນ​ປະຫານ​ຊີວິດ​ຜູ້​ກໍ່​ເຫດ​ໂຈມ​ຕີ​​ແບບ​ກໍ່​ການ​ຮ້າຍ​ຂອງ​ລັດ​ຍະ​ໄຂ່​
2017-02-15 14:54:29  cri 
ສື່​ທາງ​ການ​ມຽນມາລາ​ຍງານ​ໃນ​ວັນ​ທີ 14 ກຸມພາ​ນີ້​ວ່າ: ສານ​ລັດ​ຍະ​ໄຂ່ສະຫະ​ພາບ​ມຽນມາ​ໄດ້​ຕັດສິນ​ປະຫານ​ຊີວິດ​ຄົນ​ໜຶ່ງ​ທີ່​ມີ​ສ່ວນ​ຮ່ວມ​ໃນ​ການ​ຫຼອນ​ໂຈມ​ຕີ​ສະຖານີ​ຕຳຫຼວດ​ຊາຍ​ແດນ​ເມື່ອ​ເດືອນ​ຕຸລາ​ປີຜ່ານມາ.

ກ່ອນ​ໜ້າ​ນີ້, ລັດຖະບານ​ມຽນມາ​ເປີດ​ເຜີຍ​ວ່າ: ວັນ​ທີ 9 ຕຸລາ 2016 ຜ່ານ​ມາ,  ສະຖານີ​ຕຳຫຼວດ​ຊາຍ​ແດນ 3 ​ແຫ່ງ​ຢູ່​ພາກ​ເໜືອລັດ​ຍະ​ໄຂ່​ປະ​ເທດ​ຕົນ​ທີ່​ໃກ້​ກັບ​ຊາຍ​ແດນ​ບັງ​ກະລາ​ເດັດ​ຖືກ​ກຸ່ມ​ກໍ່​ການ​ຮ້າຍ​ຫຼອນ​ໂຈມ​ຕີ ​ເຊິ່ງ​ເປັນ​ເຫດ​ເຮັດ​ໃຫ້​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຫຼາຍ​ຄົນ​ເສຍ​ຊີວິດ​ແ​ລະບາດ​ເຈັບ. ປັດຈຸບັນ, ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ມຽນມາ​ໄດ້​ຈັບ​ກຸມ​ຜູ້​ຕ້ອງ​ຫາແລ້ວ 14 ຄົນ​.

ຂ່າວ​ແຈ້ງວ່າ:ນີ້ເປັນຄົນ​ທຳ​ອິດ​ທີ່​ຖືກສານ​ມຽນມາ​ຕັດສິນ​ປະຫານ​ຊີວິດ, ສ່ວນ​​ອີກ 13 ຄົນ​ນັ້ນ​ກໍກຳລັງ​ດຳ​ເນີນ​ການ​ສືບ​ສວນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ