ທະນາຄານ​ຈີນ​ຈະ​ຊ່ວຍ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ​ຂອງ​ຈີນ​ແລະ​ໄທ​ຫາລື​ການ​ຮ່ວມ​ມື
2017-02-15 15:07:39  cri 

ທະນາຄານ​ຈີນ​ຈະຊ່ວຍ​ຊຸກຍູ້​ການ​ພົບ​ປະ​ຫາລື​ລະຫວ່າງ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ​ຂອງ​ຈີນ​ແລະ​ໄທ​ທີ່​ຈະ​ຈັດ​ຂຶ້ນຢູ່​ໄທ​ໃນ​ເດືອນ​ພຶດສະພາ​ປີ​ນີ້ ​ໂດຍ​ຄາດ​ວ່າ​ຈະ​ມີວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ​ຂອງ​ຈີນ​ເກືອບ 100 ​ແຫ່ງ​​ເຂົ້າຮ່ວມປຶກສາ​ຫາລື​ການ​ຮ່ວມ​ມື​ກັບ​ວິ​ສາ​ຫະກິດ​ຂອງໄທ.

ທັງ​ນີ້, ທະນາຄານ​ຈີນ​ໄດ້​​ໂຄສະນາ​ກິດຈະກຳ​ດັ່ງກ່າວ​ຢູ່​ນະຄອນຫຼວງບາງກອກ​ປະ​ເທດ​ໄທ​ໃນ​ວັນ​ທີ 14 ກຸມພາ​ນີ້ ​ໂດຍ​ທ່ານ​ຫວາງ​ຈ້ຽນ ຜູ້ອຳນວຍການ​ໃຫຍ່​ພະ​ແນ​ກວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ ສຳນັກງານ​ໃຫຍ່​ທະນາຄານ​ຈີນ ກ່າວ​ວ່າ: ການຈັດກິດຈະກຳ​ດັ່ງກ່າວ​ກໍ​ເພື່ອ​ແກ້​ໄຂບັນຫາຄວາມ​ຫຍຸ້ງຍາກຕ່າງໆ ​ເຊັ່ນ ​​ຄວາມ​ສ່ຽງ​ໃນຕະຫຼາດ, ຜະລິດ​ຕະພັນ ​ແລະ ​ເຕັກນິກ​ເປັນຕົ້ນ ທີ່​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ​ຈະ​ຜະ​ເຊີນ​ໃນ​ການ​​ພັດທະນາ​ທຸລະ​ກິດ​ຢູ່​ຕ່າງປະ​ເທດ ​ແລະ​ສ້າງ​ໂອກາດ​ຮ່ວມ​ມື​ໃຫ້​ແກ່​ສອງ​ຝ່າຍ ທັງ​ຈະ​ສະໜັບສະໜູນ​ດ້ານ​ການ​ເງິນ.

ນັບ​ແຕ່​ປີ 2014 ​ເປັນຕົ້ນມາ, ທະນາຄານ​ຈີນ​ໄດ້​ຈັດ​ກິດຈະກຳ​ໃນລັກສະນະດຽວ​ກັນ​ຢູ່ 70 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ ໂດຍສາມາດ​ດຶງ​ດູດ​ວິ​ສາ​ຫະກິດ​ກວ່າ 15.000 ​ແຫ່ງ​ເຂົ້າຮ່ວມ ທັງ​ໄດ້​ຮັບ​ຜົນ​ດີ​ຕາມເປົ້າ ຄື ບັນລຸ​ເຈດ​ຈຳນົງ​ການ​ຮ່ວມ​ມື​ເບື້ອງ​ຕົ້ນ 5.000 ກວ່າ​ລາຍການ ​ແລະ ບັນລຸ​ການ​ຮ່ວມ​ມື​ທີ່​ແທ້​ຈິງ 2.000 ກວ່າ​ລາຍການ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ