ສະ​ຖາ​ບັນ​ວິທະຍາສາດ​ຈີນກຽມກໍ່​ສ້າງ​ສູນ​ຮ່ວມ​ມື​ການ​ປະດິດ​ສ້າງ​ໃໝ່​ຢູ່​ບາງກອກ
2017-02-15 15:15:36  cri 

​ແຫຼ່ງຂ່າວ​ຈາກ​ສະ​ຖາ​ບັນ​ວິທະຍາສາດ​ຈີນ​ໃຫ້​ຮູ້​ໃນ​ວັນ​ທີ 14 ກຸມພາ​ນີ້​ວ່າ: ສະ​ຖາ​ບັນ​ວິ​ທະຍາ​ສາດ​ຈີນ​ໄດ້ເລີ່​ມຂະ​ບວນການກະກຽມ​ກໍ່ສ້າງ​ສູນຮ່ວມ​ມື​ການ​ປະດິດ​ສ້າງ​ໃໝ່​ຢູ່​ນະຄອນຫຼວງບາງກອກ​ປະ​ເທດ​ໄທ​ດ້ວຍຄວາມຮັບຜິດຊອບ​ສູງ ​ໂດຍ​ທ່ານ​ຈ່າງ​ຢ້າຜິ​ງ ຮອງຫົວໜ້າ​ສະ​ຖາ​ບັນ​ວິທະຍາສາດ​ຈີນ​ຈະ​ເປັນຫົວໜ້າ​ສະພາ​ມົນຕີ​ຊຸດ​ທຳ​ອິດ​ຂອງ​ສູນ​ດັ່ງກ່າວ.

ທ່ານ​ຈ່າງ​ຢ້າຜິ​ງ ກ່າວ​ວ່າ: ສູນ​ຮ່ວມ​ມື​ການ​ປະດິດ​ສ້າງ​ໃໝ່​ຢູ່​ບາງ​ກອກ​ແມ່ນ​ອົງການ​​ທຳ​ອິດທີ່​ສະ​ຖາ​ບັນ​ຂອງ​ຕົນ​ສ້າງ​ຕັ້ງຂຶ້ນຢູ່​ຕ່າງປະ​ເທດ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ປະດິດ​ສ້າງ​ໃໝ່​ລະຫວ່າງ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ລວມທັງການຖ່າຍ​ທອດ ຫຼື ການ​ປະຍຸກນຳ​ໃຊ້​ຜົນ​ການ​ປະດິດ​ສ້າງ​ວິທະຍາສາດ​ເຕັກນິກ​​ຕົວ​ຈິງ ​​​​​ແລະ​ປະກອບສ່ວນ​ເພື່ອ​ຊຸກຍູ້​ວິ​ສາ​ຫະກິດ​, ອົງການ​ຄົ້ນຄວ້າ​ວິທະຍາສາດ ​ແລະ ມະຫາວິທະຍາ​ໄລ ທີ່​ຂຶ້ນກັບ​ສະ​ຖາ​ບັນຂອງ​ຕົນ​ເຊື່ອມ​ໂຍງ​ເຂົ້າກັບ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນຢ່າງ​ເລິກ​ເຊິ່ງ ​ແລະ ການສ້າງປະຊາ​ຄົມ​ການ​ປະດິດ​ສ້າງ​ໃໝ່​ຈີນ-ອາ​ຊຽນ.

​ເມື່ອ​ເດືອນ​ທັນວາ​ປີຜ່ານມາ, ທ່ານ ​ປາຍ​ເຊິນຫຼີ ຫົວໜ້າ​ສະ​ຖາ​ບັນ​ວິທະຍາສາດ​ຈີນ ​​ແລະ ທ່ານ ​ພິ​ເຊດ ດຸຣົງຄະ​ເວ​ໂຣດ ລັດຖະມົນຕີ​ກະຊວງ​ວິທະຍາສາດ​ເຕັກນິກ​ໄທ ​ໄດ້​ຮ່ວມ​ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ການ​ຮ່ວມ​ມື ຢູ່​ນະຄອນຫຼວງປັກ​ກິ່ງ ​​​ໂດຍສະ​ຖາ​ບັນ​ວິທະຍາສາດ​ຈີນຈະກໍ່​ສ້າງ​ສູນ​ຮ່ວມ​ມື​ການ​ປະດິດ​ສ້າງ​ໃໝ່​ຢູ່​ນະຄອນຫຼວງບາງກອກ ​ແລະ ​ໄທ​ຈະ​ສະໜັບສະໜູນ​​ໃຫ້ແກ່​ການກໍ່​​ສ້າງ​ແລະ​ເຄື່ອນ​ໄຫວ​ຂອງ​ສູນ​ດັ່ງກ່າວ ​ໂດຍ​ປິ່ນ​ອ້ອມ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຂອງ​ລັດຖະບານ​ຈີນ ​ແລະ ການ​ປະຕິບັດ "​ແຜນການ​ແລວ​ທາງ​ເສດຖະກິດ​ຕາ​ເວັນ​ອອກ" ຂອງ​ລັດຖະບານ​ໄທ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ