ຂະ​ແໜງ​ການ​ກິລາ​ຫິມະ​ແລະ​ນ້ຳກ້າມ​ຈີນ​ຈະ​ສ້າງ​ລາຍ​ຮັບ​ໄດ້​ເຖິງ 1.000 ຕື້​ຢວນ
2017-02-15 16:39:04  cri 

ງານ​ວາງສະ​ແດງ​ເຄື່ອງຫຼິ້ນກິລາ​​ແລະ​ແຟຊັນ​ອາຊີຄັ້ງທີ 13 ​ແລະ ງານ​ວາງສະ​ແດງ​ອຸປະ​ກອນ​ກົນ​ຈັກ​ຮັບ​ໃຊ້ກິລາພູ​ແລະ​ກິລາ​ລະດູ​ໜາວ ​ໄດ້​ຈັດ​ຂຶ້ນ​ເປັນ​ເວລາ 4 ວັນຢູ່​ສູນ​ປະຊຸມ​ແຫ່ງ​ຊາດ​ໃນ​ວັນ​ທີ 13 ກຸມພາ​ນີ້ ​ໂດຍຜູ້​ຈັດ​ງານ​​ໄດ້ໃຫ້​ຮູ້​ວ່າ: ​ໂດຍ​​ໄດ້​ຮັບການ​ຊຸກຍູ້​ຈາກ​ມະຫະກຳ​ກິລາ​ໂອ​ລິ​ມປິ​ກລະດູ​ໜາວ​ປັກ​ກິ່ງ, ​ເຂດ​ວາງສະ​ແດງ​ກິລາ​ລະດູ​ໜາວ​ໃນ​ງານ​ວາງສະ​ແດງ​ຄັ້ງນີ້​ໄດ້ຂະຫຍາຍ​​ກວ້າງ​ອອກ ​ໂດຍ​ມີ​ບໍລິສັດ​ຜະລິດ​ເຄື່ອງຫຼິ້ນກິລາ​ຫິມະ​ແລະ​ນ້ຳກ້າມ ລວມທັງ​ອຸປະກອນ, ຊຸດ​ກິລາ, ​ເຄື່ອງ​ອາ​ໄຫຼ່ ພ້ອມ​ດ້ວຍ​ບໍລິສັດ​ຜະລິດ​ອຸປະກອນ​ກົນ​ຈັກ​ຮັບ​ໃຊ້​ກິລາ​ລະດູ​ໜາວ​ເກືອບ​ຮ້ອຍບໍລິສັດ​ເຂົ້າຮ່ວມ.

ຈາກ​ເງື່ອນ​ໄຂ​ທີ່​ນະຄອນຫຼວງປັກ​ກິ່ງ​ແລະ​ເມືອງ​ຈ່າງ​ເຈ່ຍ​ໂຂ​ຮ່ວມ​ກະກຽມ​ມະຫະກຳ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ 2022, ຂະ​ແໜງ​ການ​ກິລາ​ຫິມະ​​ແລະ​ນ້ຳກ້າມ​ຈີນ ກຳລັງພົບ​ໂອກາດ​ໃໝ່ ​ໂດຍຄາດ​ວ່າ ​ເມື່ອ​ຮອດ​ປີ 2025, ຂະ​ແໜງ​ການ​ກິລາ​ດັ່ງກ່າວ​ຂອງ​ຈີນ​ຈະ​ສ້າງ​ລາຍ​ຮັບ​ໄດ້ເຖິງ 1.000 ຕື້​ຢວນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ