ປີ 2016 ມີພະນັກງານ​ສປຊ 32 ຄົນ​ເສຍ​ຊີວິດ​ໃນ​ການ​ປະຕິບັດ​ໜ້າ​ທີ່
2017-02-15 16:04:07  cri 
ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ: ຄະນະ​ກຳມະການ​ປະຈຳ​ຄວາມ​ໝັ້ນຄົງ ​ແລະ​ເອກະ​ລາດ​ຂອງ​ກຳມະບາ​ນສປຊ​ເປີດ​ເຜີຍ​ໃນ​ວັນ​ທີ 14 ກຸມພາ​ນີ້​ວ່າ: ​​ປີຜ່ານ​ມາມີ​ພະນັກງານ​ສປຊຢ່າງ​ໜ້ອຍ 32 ຄົນ​ເສຍ​ຊີວິດ ​ແລະ​ໃນ​ຈຳນວນ​ນີ້ສ່ວນ​ຫຼາຍ​ແມ່ນ​ຜູ້​ຮັກສາ​ສັນຕິພາບ ລວມທັງຜູ້​ຮັກສາ​ຄວາມ​ປອດ​ໄພ 2 ຄົນ, ​ພະນັກງານ​ໜຶ່ງ​ຄົນ​ແລະ​ຜູ້​ຮັບ​ເໝົາ​ໜຶ່ງຄົນ.

ມາລີ​ແມ່ນ​ປະ​ເທດທີ່​ມີພະນັກງານ​ສປຊ​ເສຍ​ຊີວິດ​ຫຼາຍ​ທີ່​ສຸດ​​​​ເປັນ​ເວ​ລາ 3 ປີ​ຕິດຕໍ່​ກັນ ​ເຊິ່ງພຽງ​ແຕ່​​ປີ 2016 ກໍ​ມີ​ເຖິງ 23 ຄົນ​ເສຍ​ຊີວິດ​. ຂະນະ​ທີ່​ໃນ​​ໄລ​ຍະ 5 ປີ​ຜ່ານ​ມາ, ມີພະນັກງານສປຊ 240 ຄົນ​ເສ​ຍຊີວິ​ດ​ຈາກ​​ເຈຕະນາໂຈມ​ຕີ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ