ວັນທີ 13 ກຸມພານີ້, ທ່ານ ໄມເຄິນ ຟລິນ ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ຂອງປະທານາທິບໍດີອາເມລິກາໄດ້ລາອອກຈາກຕຳແໜ່ງ ເນື່ອງຈາກໄດ້ໂທລະສັບລົມກັບເອກອັກຄະລັດຖະທູດລັດເຊຍປະຈຳອາເມລິກາດ້ວຍການສະແດງຄວາມເຫັນທີ່ບໍ່ເໝາະສົມ ເຊິ່ງໄດ້ຮັບຕຳໜິຈາກວົງການຕ່າງໆ. ທ່ານ ໄມເຄິນ ຟລິນ ເປັນເຈົ້າໜ້າທີ່ຂັ້ນສູງຄົນທຳອິດທີ່ລາອອກຈາກຕຳແໜ່ງຫຼັງທ່ານ ໂດນັນ ທຣຳ ເປັນປະທານາທິບໍດີອາເມລິກາ.
ໃນຕົ້ນເດືອນທັນວາປີ 2016, ທ່ານ ໄມເຄິນ ຟລິນ ໄດ້ລົມໂທລະສັບກັບເອກອັກຄະລັດຖະທູດລັດເຊຍປະຈຳອາເມລິກາໂດຍເນື້ອໃນການລົມຕົ້ນຕໍນັ້ນ ເຖິງວ່າ ບໍ່ໄດ້ເວົ້າໃນກໍລະນີທີ່ລັດຖະບານທຣຳຈະລົບລ້າງການຂວ້ຳບາດລັດເຊຍໂດຍກົງກໍຕາມ, ແຕ່ກໍມີຄວາມຄຶດພໍສະແດງໃຫ້ເຫັນວ່າຈະເຮັດໃນລັກສະນະນີ້.