ໃນພິທີຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 14 ກຸມພານີ້, ທ່ານເກີງສວນ, ໂຄສົກກະຊວງການຕ່າງປະເທດຈີນເປີຍເຜີຍວ່າ, ໂດຍຕອບສະໜອງຕາມຄຳເຊີນຂອງທ່ານຊິກມາ ກາບຣຽນ, ລັດຖະມົນຕີກະຊວງການຕ່າງປະເທດເຢຍລະມັນເຊິ່ງເປັນປະເທດປະທານກຸ່ມ G20 ປີ 2017ແລະທ່ານວົຟກັງ ຢີຊິນເກີ ປະທານກອງປະຊຸມຄວາມໝັ້ນຄົງມູນິກ, ທ່ານຫວາງຢີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນຈະເດີນທາງໄປເຢຍລະມັນແຕ່ວັນທີ 15 ຫາວັນທີ 18 ກຸມພານີ້,ເພື່ອເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດບໍ່ເປັນທາງການຂອງ G20 ແລະກອງປະຊຸມຄວາມໝັ້ນຄົງມູນິກ.
ທ່ານເກີງສວນ ກ່າວວ່າ, ກອງປະຊຸມລັດຖະມົນຕີບໍ່ເປັນທາງການເທື່ອນີ້ຈະປຶກສາຫາລືແລະປະຕິບັດ 3 ຫົວຂໍ້ຄື: ຂະບວນການພັດທະນາແບບຍືນຍົງປີ 2030, ຮັກສາສັນຕິພາບແລະເພີ່ມທະວີສາຍພົວພັນກັບຄູ່ຮ່ວມມືອາຟຼິກາ. ຂະນະດຽວກັນກໍຫວັງວ່າກອງປະຊຸມຈະສາມາດສືບຕໍ່ປະຕິບັດຕາມໝາກຜົນຂອງກອງປະຊຸມສຸດຍອດຫັງໂຈ່ວໄດ້ເປັນຢ່າງດີ, ເນື່ອງຈາກມີຄວາມໝາຍສຳຄັນທີ່ສຸດພາຍໃຕ້ສະຖານະການໃນປັດຈຸບັນ. ຈາກນີ້, ຈີນຈະຕັ້ງໜ້າເຂົ້າຮ່ວມປຶກສາຫາລືບັນຫາຕ່າງໆໃນກອງປະຊຸມ, ແລະຮ່ວມກັບຝ່າຍຕ່າງໆຊຸກຍູ້ໃຫ້ກອງປະຊຸມສຳເລັດ, ເພື່ອຮ່ວມກັນຮັບມືກັບການທ້າທາຍສຳຄັນຕ່າງໆທີ່ທົ່ວໂລກຜະເຊີນໜ້າໃນປັດຈຸບັນ.