ທີ່​ປຶກສາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງປະທານາທິບໍດີ​ອາ​ເມ​ລິ​ກາ​ລາ​ອອກ​ຫຼັງ​ພົບ​ລັກ​ຕິດ​ຕໍ່​ທູດຣັດ​ເຊຍ
2017-02-17 14:27:14  cri 
ວັນ​ທີ 1​3 ກຸມພາ​ນີ້, ທ່ານ ​ໄມ​ເຄິນ ຟລິນ ທີ່​ປຶກສາ​ຄວາມ​ໝັ້ນຄົງ​​ແຫ່​ງຊາດ ຂອງ​ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ລາ​ອອກ​ຈາກ​ຕຳ​ແໜ່​ງ ເນື່ອງ​ຈາກ​​ໄດ້​ໂທ​ລະ​ສັບ​ລົມ​ກັບ​ເອກ​ອັກຄະ​ລັດ​ຖະທູດ​ລັດ​ເຊຍ​ປະຈຳ​​ອາ​ເມ​ລິ​ກາດ້ວຍ​ການສະ​ແດງ​ຄວາມ​ເຫັນ​ທີ່​ບໍ່​ເໝາ​ະສົມ ​ເຊິ່ງ​ໄດ້​ຮັບ​ຕຳ​ໜິ​ຈາກວົງ​ການ​ຕ່າງ​ໆ. ທ່ານ ​ໄມ​ເຄິນ ຟລິນ ​ເປັນ​​ເຈົ້າ​ໜ້າ​ທີ່​ຂັ້ນສູງຄົນທຳ​ອິດທີ່​ລາ​ອອກ​ຈາກ​ຕຳ​ແໜ່​ງຫຼັງທ່ານ ​ໂດ​ນັນ ທຣຳ ​ເປັນ​ປະທານາທິບໍດີ​ອາ​ເມ​ລິ​ກາ.

​ໃນຕົ້ນ​ເດືອນ​ທັນວາ​ປີ 2016, ທ່ານ ​ໄມ​ເຄິນ ຟລິນ ​ໄດ້​ລົມ​ໂທລະສັບ​ກັບ​​ເອກ​ອັກຄະ​ລັດຖະທູດ​ລັດ​ເຊຍ​ປະຈຳ​ອາ​ເມ​ລິ​ກາ​ໂດຍ​ເນື້ອ​ໃນ​ການ​ລົມ​ຕົ້ນຕໍ​ນັ້ນ ​ເຖິງ​ວ່າ​ ບໍ່​​ໄດ້​​ເວົ້າ​​ໃນ​ກໍລະນີ​ທີ່ລັດຖະບານ​ທຣຳຈະ​ລົບ​ລ້າງການຂວ້ຳບາດ​​ລັດ​ເຊ​ຍ​ໂດຍ​ກົງກໍ​ຕາມ​, ​ແຕ່ກໍ​ມີຄວາມ​ຄຶດ​ພໍສະ​ແດງ​ໃຫ້​ເຫັນ​ວ່າ​ຈະ​ເຮັດ​ໃນ​ລັກສະນະ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ