ຍົນ​ໂດຍສານ​ບໍ່​ມີ​ຄົນ​ຂັບ​ຂອງ​ຈີນ​ຈະ​ເລີ່​ມບໍລິການ​ຢູ່​ດູ​ບາຍ
2017-02-15 10:55:04  cri 
ຕາມ​ຂ່າວCRI: ຫວ່າງ​ແລ້ວ​ນີ້, ກົມ​ຄົມມະ​ນາ​ຄົມ​ສັນນິບາດ​ປະ​ເທດ​ອາຣັບ​ເປີ​ດ​ເຜີຍ​ວ່າ, ​ດູ​ບາຍ​ຈະ​ກາຍ​ເປັນ​ຕົວ​ເມືອງ​ທີ່​ອະນຸຍາດ​ໃຫ້​ເປີດ​ການ​ບໍລິການ​ຍົນ​​ໂດຍສານ​ບໍ່​ມີ​ຄົນ​ຂັບ​ແຫ່ງ​ທຳ​ອິດ​ຂອງ​ໂລກ ​ເຊິ່ງຈະ​ນຳ​ໃຊ້​ຍົນ​ບໍ່​ມີ​ຄົນ​ຂັບ "ອີ​ຮາງ" ທີ່​ສາມາດ​ບັນທຸກ​ຜູ້​ໂດຍສານ​ໄດ້​ລຳ​ທຳ​ອິດ​ຂອງ​ໂລກ​ທີ່​ຈີນ​ຄົ້ນຄວ້າ​​ແລະຜະລິດ.

ຍົນ​ລຳ​ນີ້​ຊື່ວ່າ "​ເຮື​ອບິນ​ບັນທຸກ​ມະນຸດ​ແບບ​ບໍ່​ມີ​ຄົນ​ຂັບ​ອີ​ຮາງ 184" ​ແລະໃຊ້​ແຕ່​ພະລັງ​ໄຟຟ້າ ​ເຊິ່ງສາມາດ​ບິນ​ໄດ້ 30 ນາ​ທີ ຫຼື ປະມານ 50 ​ກິ​ໂລ​ແມັດ, ບັນທຸກ​ນ້ຳໜັກ​ໄດ້​ປະມານ 117 ກິ​ໂລ. ພາຍຫຼັງ​ຜູ້​ໂດຍສານ​ເຂົ້າ​ໄປ​​ເຮືອບິນຈຸດໝາຍ​ປາຍທາງ​ຢູ່​ໜ້າ​ຄອມ​​ແລ້ວ ​ສູນ​ບັນຊາ​ໜ້າດິນ​ກໍ​ຈະ​ ບັນຊາ​​ແລະ​ຕິດຕາມ​ໃຫ້​​ບິນ​ໄປ​ເຖິງ​ຈຸດໝາຍ​ປາຍທາງ​ ດ້ວຍລະບົບ​ເຄືອ​ຂ່າຍ 4G.

ທ່ານ​ມາ​ຕາ ອານ-ຕາ​ເຢຍ ຫົວໜ້າ​ກົມຄົມມະນາຄົມ​ດູ​ບາຍ​ກ່າວ​ວ່າ, ພວກ​ເຮົາ​ໄດ້ທົດ​ລອງ​ບິນ​​ຢູ່​ເທິງ​ຟ້າ​ນະຄອນ​ດູ​ບາຍ​ມາ​ຫຼາຍ​ເທື່ອແລ້ວ, ພວມ​ພະຍາຍາມ​ເລັ່ງລັດ​ເປີດ​ການ​ບໍລິການຕາ​ມ​ແຜນ​ທີ່​ກຳນົດ​ໄວ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ