ຈີນ​​ສົ່ງ​ອອກ​ອຸປະກອນ​ຜະລິດ​ໄຟຟ້າ​ນິວ​ເຄຼຍ​ໄປ​ເອີ​ລົບ​ເປັນ​ຄັ້ງ​ທຳ​ອິດ
2017-02-15 11:00:32  cri 
ຕາມ​ຂ່າວສານ​ຊິນ​ຮວາ: ​ເຄື່ອງ​ເພີ່ມ​ຄວາມ​ຮ້ອນ​ຄວາມດັນ​ຕ່ຳ​ທີ່​ບໍລິສັດ​ເຄື່ອງ​ຈັກ​ຂະໜາດ​ໃຫຍ່​ຕຸ່ງຟ່າງຕ້ຽນຊີ້​ອອກ​ແບບ​ແລະ​ຜະລິດ​ນັ້ນ ​ໄດ້​ສົ່ງ​ອອກ​ຜ່ານ​ດ່ານ​ກວາງ​ໂຈ​ວ​ໃນ​ວັນ​ທີ 14 ກຸມພາ​ນີ້ ​ເຊິ່ງ​ເຄື່ອງ​ດັ່ງກ່າວຈະ​ເອົາ​ໄປ​ປ່ຽນ​ອຸປະກອນ​ຂອງ​ໂຮງ​ໄຟຟ້າ​ນິວ​ເຄຼຍລະບົບ CP1 ຂອງ​ກຸ່ມ​ພະລັງ​ໄຟຟ້າ​ຝຣັ່ງ ​ແລະນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ຂະ​ແໜງ​ການ​ພະລັງ​ໄຟຟ້າ​ນິວ​ເຄຼຍຂອງ​ຈີນ​ໄດ້​ກ້າວ​ໄປ​ສູ່​ການ​ມີ​ຄວາມ​ສາມາດ​ໃນ​ການ​ສົ່ງ​ອອກ​ໄປ​ຕ່າງປະ​ເທດ​ແລ້ວ.

​ທ່ານ​ຟາ​​ໄບຼສ໌ ​ເຟົາ​ໄຄ​ດ໌ ຮອງ​ປະທານ​ ທັງ​ເປັນ​ຜູ້ຕາງໜ້າ​ກຸ່ມ​ບໍລິສັດ​ພະລັງ​ໄຟຟ້າ​ຝຣັ່ງກ່າວ​ໃນ​ພິທີ​ສົ່ງ​ອອກ​ໃນ​ມື້​ດຽວ​ກັນ​ວ່າ, ນີ້​ແມ່ນ​ກຸ່ມ​ພະລັງ​ໄຟຟ້າ​ຝຣັ່ງທີ່​ໄດ້ສັ່ງ​ຊື້​ອຸປະກອນ​ຈາກ​ວິ​ສາ​ຫະກິດ​ຈີນ​ເປັນ​ຄັ້ງທຳ​ອິດ​ເພື່ອ​​ເພີ່ມ​ປະສິດທິພາບ​ໃນ​ການ​ຜະລິດ​ຂອງໂຮງ​ໄຟຟ້າ​ນິວ​ເຄຼຍຝຣັ່ງ. ພ້ອມກັນ​ນັ້ນ, ທ່ານ​ຍັງ​ໄດ້​ມອບ​ໃບ​ອະນຸຍາດ​ສະໜອງ​ອຸປະກອນ​ໃຫ້​ວິ​ສາ​ຫະກິດ​ຈີນ ​ເຊິ່ງ​ເຮັດ​ໃຫ້​ວິ​ສາ​ຫະກິດ​ດັ່ງກ່າວ​ກາຍ​ເປັນ​ຜູ້​ສະໜອງ​ອຸປະກອນຜະລິດ​ຕະພັນ​ໄຟຟ້າ​ນິວ​ເຄຼຍ​ທີ່​ໄດ້​ມາດຕະຖານ​ແຫ່ງ​ທຳ​ອິດ​ຢູ່​ຈີນ​ສຳລັບ​ກຸ່ມ​ພະລັງ​ໄຟຟ້າ​ຝຣັ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ