ກະຊວງການຕ່າງປະເທດຫວຽດນາມຊີ້ແຈງກໍລະນີທີ່ພົນລະເມືອງຈີນຖືກຕຳຫຼວດປ້ອງກັນຊາຍແດນຕີ
2017-02-15 16:35:17  cri 
ຕາມຂ່າວສານຊິນຮວາ: ວັນທີ 15 ກຸມພານີ້, ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ໄດ້ຊີ້ແຈງຕໍ່ກໍລະນີທີ່​ພົນລະ​ເມືອງ​ຈີນຖືກ​ຕຳຫຼວດ​ປ້ອງ​ກັນຊາຍ​ແດນ​ຫວຽດນາມ​​ຕີ​ ​ໃນຂະນະເດີນທາງ​ກັບ​ຄືນ​ປະ​ເທດ​ຈີນ​ຢູ່​ດ່ານ​ມອງ​ກາຍ​ຂອງ​ຫວຽດນາມ ວ່າ ຫວຽດນາມ​ຈະ​ແກ້​ໄຂ​ເຫດການ​ດັ່ງກ່າວ​ຕາມຄວາມເປັນຈິງ.

ກົມ​ກົງ​ສູນ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ກ່າວ​ວ່າ: ຫວຽດນາມ​ໄດ້​ຮັບ​ຄຳ​ທັກທ້ວງຈາກຈີນ​ກ່ຽວ​ກັບ​ເຫດການ​ມອງ​ກາຍ ໂດຍພາກສ່ວນ​ທີ່ກ່ຽວຂ້ອງ​ພວມ​ເລັ່ງສືບຫາ​ຂໍ້​ມູນ​ທີ່​ຈະແຈ້ງ ​ແລະ​ຈະ​ແກ້​ໄຂ​​ຕາມ​ຄວາມເປັນຈິງ.

ວັນ​ທີ 7 ກຸມພາ​ນີ້, ມີ​ພົນລະ​ເມືອງ​ຈີນໄດ້​ຖືກ​ຕຳຫຼວດ​ປ້ອງ​ກັນຊາ​ຍ​ແດນ​ຫວຽດນາມ​ຕີ​ໃນຂະນະເດີນທາງກັບປະເທດຜ່ານ​ດ່ານ​ມອງ​ກາຍ​ຂອງ​ຫວຽດນາມ​. ສະຖານ​ທູດ​ຈີນ​ປະຈຳ​ຫວຽດນາມ ​ແລະ​ຜູ້​ຮັບຜິດ.ຊອບ​ກົມ​ກົງ​ສູນ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຕ່າງ​ກໍໄດ້​​ທັກ​ທ້ວງ​ຢ່າງ​ເຄັ່ງຂຶມ​ຕໍ່​ກະຊວງ​ການ​ຕ່າງປະ​ເທດ​ ​ແລະ​ສະຖານທູດ​ຫວຽດນາມ​ປະຈຳ​ຈີນ ​​ໂດຍໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ ​ແລະ​ບໍ່ພໍ​ໃຈ​ທີ່ສຸດຕໍ່​ການ​ກະທຳ​ທີ່​ໂຫດຮ້າຍ​ຂອງ​ເຈົ້າໜ້າທີ່ກ່ຽວຂ້ອງ​ຂອງ​ຫວຽດນາມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ