ອິນ​ເດຍ​ໄດ້​ສົ່ງ​ຈະ​ຫຼວດບັນທຸກດາວ​ທຽມ 104 ໜ່ວຍ​ພ້ອມກັນ​ຂຶ້ນ​ສູ່​ອະວະກາດ
2017-02-15 16:38:30  cri 
ຕາມ​ຂ່າວCRI: ​ເວລາ 9 ​ໂມງ 28 ນາ​ທີ​ຕອນ​ເຊົ້າ​ວັນ​ທີ 15 ກຸມພາ, ອົງການ​ຄົ້ນຄວ້າ​ອະວະກາດ​ອິນ​ເດຍ​ໄດ້​ປະສົບ​ຜົນສຳ​ເລັດ​ໃນ​ການຍິງ​ຈະ​ຫຼວດສົ່ງ​ຍາ​ນອິນ​ເດຍ "PSLV-C37 " ​ຢູ່​ສູນ​ການບິນ​ອະວະກາດ​ເກາະ​ສຣີຮາຣິ​ໂກ​ຕາ ລັດ​ອັນ​ດຼາ ທາງ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ອິນ​ເດຍ, ​ເຊິ່ງສາມາດ​ສົ່ງຈະ​ຫຼວດບັນທຸກ​ດາວ​ທຽມ 104 ໜ່ວຍ ​ແລະ​ໄດ້​ເຂົ້າ​ສູ່​ວົງ​​ໂຄຈອນ​ໄດ້​ທັງໝົດ.

ອົງການ​ຄົ້ນຄວ້າ​ອະວະກາດ​ອິນ​ເດຍ​ໄດ້​ປະກາດ​ຫຼັງ​ສຳ​ເລັດ​ການຍິງ​ສົ່ງ​ຈະ​ຫຼວດບັນທຸກດາວ​ທຽມ​ຄັ້ງ​ນີ້​ວ່າ​ສາມາດສ້າງ​ສະຖິຕິ​ໃໝ່​ຂອງ​ໂລກ ຄືໄດ້​ທຳລາຍ​ສະຖິຕິ​ຂອງຣັດ​ເຊຍ​ທີ່​ສົ່ງ​ຈະ​ຫຼວດບັນທຸກດາວ​ທຽມ 37 ໜ່ວຍ​ຂຶ້ນ​ສູ່​ອະວະກາດ​ດ້ວຍ​ຈະຫຼວດສົ່ງ​ຍານ​ໜ່ວຍ​ດຽວ​ໃນ​ປີ 2014 ​ແລະ​ກາຍ​ເປັນ​ປະ​ເທດ​ທີ່​ໄດ້​ຍິງ​ສົ່ງດາວ​ທຽມຫຼາຍ​ທີ່​ສຸດ​ດ້ວຍ​ຈະ​ຫຼວດສົ່ງ​ຍານ​ໜ່ວຍ​ດຽວຂອງ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ