ຈີນ​ໄທ​ຈະຮ່ວມ​ມືພັດທະນາ​ພື້ນ​ຖານ​ໂຄງ​ລ່າງ​ໃນ 5 ປີ​ຕໍ່​ໜ້າ
2017-02-16 11:00:04  cri 
ທ່ານ​ນິ້ງຟູ້ຂຸຍ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ໄທ​ກ່າວ​ ​ຢູ່​ນະຄອນຫຼວງ​ບາງກອກ​​ໃນ​ວັນ​ທີ 15 ກຸມພາ​ນີ້​ວ່າ: ປັດຈຸບັນ, ​ໄທ​ກຳລັງ​ສ້າງ​ຮູບ​ແບບ​ການ​ພັດທະນາ​ເສດ​ຖະກິດ​ແບບ 4,0 ​ເຊິ່ງ​ວິທະຍາ​ສາດເຕັກ​ໂນ​ໂລ​ຊີ​ສູງ,ການ​ຄ້າ​ເອ​ເລັກ​ໂຕຣນິກ​ແລະ​ປັດ​ໄຈ​ອື່ນໆ​ໄດ້​ກາຍ​ເປັນ​ຈຸດ​ເດັ່ນ​ຂອງ​ການ​ຮ່ວມ​ມື​ຈີນ-​ໄທ​ໃນ​ປີ 2016 ຜ່ານ​ມາ, ຖ້າ​ຫາກ​ເຕັກນິກ, ​ທຶນ,ຕະຫຼາດ​ອັນ​ກວ້າງ​ໃຫຍ່​ແລະ​ທ່າ​ແຮງ​ອື່ນໆ​ຂອງ​ຈີນປະສົມປະສານກັບ​ທ່າ​ແຮງ​ຄວາມ​ຫຼາກ​ຫຼາຍ​ວັດທະນະທຳ​ແລະ​ຊີວະ​ນານາ​ພັນ​ຂອງ​ໄທ ຈະ​ປະສົບ​ຜົນສຳ​ເລັດ​​ເປັນ​ຢ່າງ​ດີ.

​ໃນ 5 ປີ​ຕໍ່ໜ້າ​ນີ້, ການ​ຮ່ວມ​ມື​ດ້ານ​ເສດ​ຖະກິດ​ການ​ຄ້າ​ລະຫວ່າງ​ຈີນ-​ໄທ​ຈະ​ມີ​ຂົງ​ເຂດ​ສຳຄັນ​ໃຫຍ່​ຄື ພື້ນຖານ​ໂຄງ​ລ່າງ,ກຸ່ມ​ອຸດສາຫະກຳ,​ເຕັກ​ນິກ​ເອ​ເລັກ​ໂຕຣ​ນິກຂໍ້​ມູນ​ຂ່າວ​ສານ​ແລະ​ການ​ສື່ສານ, ​ເສດຖະກິດ​ດີ​ຈີ​ຕອນ,ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ແລະ​ພະລັງງານ.

ເປົ້າ​ໝາຍ​ພັດທະນາ​ເສດຖະກິດ4,0ຂອງ​ໄທ​ຄື​ສ້າງ​ຮູບ​ແບບ​ການພັດທະນາ​ເສດຖະກິດດ້ວຍ​ການ​ປະສິດ​ສ້າງ ​ເຊິ່ງສອດຄ່ອງກັບຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ",ຍຸດ​ທະ​ສາດ​ພັດທະນາ​ດ້ວຍ​ການ​ປະດິດ​ສ້າງ​ແລະ​ແຜນ​ພັດທະ​ສາ​ການ​ຜະລິດ​ຂອງຈີນ 2025ຢ່າງ​ຫຼວງ​ຫຼາຍ, ຂະນະ​ທີ່​ໃນ​ວັນ​ທີ 15 ກຸມພາ​ນີ້, ​ລັດຖະບານ​ໄທ​ກໍ​ໄດ້​ປະກາດ​ລະບຽບ​ການ​ໃໝ່​ຈຳນວນ​ໜຶ່ງເພື່ອ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ