ນັກ​ບິນ​ໄທ​ບາດ​ເຈັບສາຫັດ​ຫຼັງ​ດີດ​ໂຕ​ອອກ​ຈາກ​ເຮືອບິນ
2017-02-16 11:01:26  cri 
​ຂະນະ​ທີ່ເຮືອບິນ Alpha-Jet ຂອງ​ໄທລຳ​ໜຶ່ງ ​ບິນ​ຢູ່​ທ້ອງຟ້າ​ແຂວງເລີຍທາງ​ພາກ​ເໜືອປະ​ເທດ​ດັ່ງກ່າວ, ບັງ​ເອີນ,ນັກ​ບິນ​ຜູ້​ໜຶ່ງ​ໄດ້​ດີດ​ໂຕອອກຈາກ​ຫ້ອງ​ຂັບ​ແລະໄດ້​ຮັບ​ບາດ​ເຈັບ​ສາຫັດ​ຫຼັງ​ຕົກລົງ​ປ່າ​ຢາງພາລາ​ງ​ແຫ່ງ​ໜຶ່ງ​.​ແນວ​ໃດ​ກໍ​ດີ,ນັກ​ບິນ​ຄົນ​ດັ່ງກ່າວ​ໄດ້​ຮັບ​ການ​ນຳ​ສົ່ງ​ໄປ​ປິ່ນປົວ​ຢູ່​ໂຮງໝໍ​ແລ້ວ.

ຕາມການ​ວິ​ເຄາະ​ໃນ​ເບື້ອງ​ຕົ້ນ​ເຖິງສາ​ເຫດ​ທີ່​ເຮັດ​ໃຫ້​ເກີດ​ອຸ​ບັດ​ເຫດ​ເທື່ອ​ນີ້​ອາດ​ເປັນ​ຍ້ອນບ່ອນ​ນັ່ງ​ຂອງ​ເຮືອບິນ​ມີ​ບັນຫາ ເຊິ່ງເຮັດ​ໃຫ້​ນັກ​ບິນ​ຖືກ​ດີດອອກ​ຈາກ​​ເຮືອບິນ ຂະນະ​ທີ່​ຈ້ອງຍັງບໍ່ທັນພຶງ 100% ຈິ່ງເຮັດໃຫ້ນັກບິນໄດ້ຮັບບາດເຈັບຄື​ດັ່ງກ່າວ.

ປັດຈຸບັນ,ເຮືອບິນລຳດັ່ງກ່າວໄດ້ບິນກັບຄືນສູ່ຖານທັບອາກາດດ້ວຍຄວາມປອດໄພແລ້ວ,ສ່ວນສາເຫດລະອຽດຂອງ​ການເກີດອຸບັດເຫດຍັງລໍຖ້າການສືບສວນຕື່ມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ