ຈະ​ຈັດກິດຈະກຳ​ວັດທະນະທຳ​​ສະຫຼອງການ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ​ຈີນ-​ເຢຍລະ​ມັນ​ ​ຄົບຮອບ 45 ປີ​ຢູ່​ເຢຍລະ​ມັນ
2017-02-16 16:21:09  cri 
ທ່ານ​ເສິນ​ຜິ​ງ ທີ່​ປຶກສາ​ວັດທະນະ​ທຳ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ເຢຍລະ​ມັນ​ຢືນຢັນ​ໃນ​ວັນ​ທີ 15 ກຸມພາ​ນີ້​ວ່າ: ສະ​ຖາ​ບັນ​ວັດທະນະທຳ​ທັງ​ຈີນ​ແລະ​ເຢຍລະ​ມັນຈະ​ຮ່ວມ​ກັນ​ຈັດ​ກິດຈະກຳ​ວັດທະນະທຳ​ຕ່າງໆ​ໃນ​ຫົວ​ຂໍ້ "ຈີນ​ຊູ່​ມື້​ນີ້"ຢູ່ຫຼາຍ​ແຫ່ງ​ຂອງ​ເຢຍລະ​ມັນ​ເພື່ອ​ສະ​ເຫຼີ​ມສະຫຼອງ​ການສ້າງ​ຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ຄົບຮອບ 45 ປີຂອງ​ສອງ​ປະ​ເທດ.

ງານ​ດົນ​ຕີພື້ນ​ເມືອງ​ຈີນຕົ້ນ​ລະ​ດູ​ໃບ​ໄມ້​ປົ່ງຈະ​ຈັດ​ຂຶ້ນ​ຢູ່​ຫ້ອງ​ໂຖງ​ໃຫຍ່​ດົນຕີຟີ​ລາ​ໂມ​ນິກ​ນະຄອນຫຼວງ​​ແບັກ​ແລັງ​ປະ​ເທດ​​ເຢຍລະ​ມັນ​ໃນ ​ວັນ​ທີ 20 ກຸມພາ​ນີ້ ​ເຊິ່ງ​ຖື​ເປັນ​ການ​ເປີດ​ສາກ​ກິດຈະກຳ​ວັດທະນະທຳ​ຕ່າງໆ​ດັ່ງກ່າວ. ຂະນະ​ທີ່​ທ່ານ​ເສິນ​ຜິ​ງກໍຫວັງ​ວ່າ​ກິດຈະກຳ "ຈີນ​ຊູ່​ມື້​ນີ້" ຈະ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ລະຫວ່າງ​ຈີນ-​ເຢຍລະ​ມັນ​ຕື່ມ​ອີກ ທັງ​ເປັນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ທາງ​ການ​ເມືອງ,​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ມີ​ປະສິດທິ​ຜົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ