ຈີນ​ເລີ່​ມກໍ່ສ້າງເຂື່ອນ​ໄຟຟ້າຫ້ວຍ​ລຳ​ພັນ​ໃຫຍ່​ຕອນ​ລຸ່ມ​ຢູ່​ລາວ
2017-02-16 10:33:32  cri 
ຕາມ​ຂ່າວສານ​ຈີນ: ບໍລິສັດ​ວິສະວະກຳ​ທີ​ສອງ​ຈຳກັດ​ຂອງ​ກຸ່ມ​ບໍລິສັດ​ເກີ​ໂຈ​ວປ້າ​ຈີນ​ເປີດ​​ເຜີຍ​ວ່າ, ເຂື່ອນ​ໄຟຟ້າ​​ຫ້ວຍ​ລຳ​ພັນ​ໃຫຍ່​ຕອນ​ລຸ່ມຂອງ​ລາວ​ທີ່​ບໍລິສັດ​ດັ່ງກ່າວ​ຮັບ​ເໝົາ​ກໍ່ສ້າງ​ນັ້ນ​ໄດ້​ເລີ່​ມລົງມື​ກໍ່ສ້າງ​ແລ້ວ​ໃນ​ວັນ​ທີ 15 ກຸມພາ​ນີ້.

​ເຂື່ອນ​​ໄຟຟ້າດັ່ງກ່າວ​ກໍ່​ສ້າງ​ຂຶ້ນ​ຕາມ​ຫ້ວຍ​ລຳພັນ​ໃຫຍ່ສາຂາ​​ແມ່​ນ້ຳເຊ​ກອງ ທາງ​ພາກ​ໃຕ້​ລາວ, ​ເປັນ​​ເຂື່ອນ​ໄຟຟ້າ​ທີ່​​ເນັ້ນຜະລິດ​ໄຟຟ້າ​ເປັນ​ຕົ້ນຕໍ ກວມ​ເນື້ອ​ທີ່ອ່າງ 380 ກິ​ໂລ​ຕາ​ແມັດ, ມີ​ລະດັບ​ສະ​ສົມ​ນ້ຳ​ສູງ 198 ​ແມັດ ​ແລະເກັບ​ນ້ຳ​ໄດ້​ຫຼາຍ​ສຸດ 73 ລ້ານ​ 9 ​ແສນ​ເມັດ​ກ້ອນ ​ໂດຍ​ສາມາດຜະລິດ​ໄຟຟ້າ​ໄດ້​ເຖິງ 15 ​ເມກາ​ວັດ.

​ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້, ກຸ່ມ​ບໍລິສັດ​ເກີ​ໂຈ​ວປ້າ​ຈີນ, ກຸ່ມ​ບໍລິສັດ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ຈີນ ​ແລະ​ຫຼາຍ​ບໍລິສັດ​ໃຫຍ່​ຂອງ​ຈີນ​ໄດ້​​ຮັບ​ເໝົາກໍ່​ສ້າງ​ເຂື່ອນ​ໄຟຟ້າຫ້ວຍ​ລຳ​ພັນ, ​ເຂື່ອນ​ໄຟຟ້າ​ນ້ຳ​ງື່ມ 3 ​ແລະ​ອີກຫຼາຍ​ໂຄງການ​ທີ່​ພົວພັນ​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ເຊິ່ງ​ໄດ້​ປະກອບສ່ວນ​ອັນ​ສຳຄັນ​ຕໍ່​ການ​ພັດທະນາ​ເສດຖະກິດ​ຂອງ​ລາວ ​ແລະ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ຈີນ-ລາວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ