ວ່າ​ທີ່ລັດຖະມົນຕີ​ແຮງ​ງານ​ອາ​ເມ​ລິ​ກາປະກາດ​ສະຫຼະ​ສິດ
2017-02-16 13:49:03  cri 
ຕາມ​ຂ່າວສານ​ຈີນ: ວັນ​ທີ 15 ກຸມພາ​ນີ້, ອຳນາດ​ການ​ປົກຄອງ​ຂອງ​ທ່ານ​ໂດນັນ ຕຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ພົບ​ບັນຫາ​ໃໝ່ ຫຼັງ​ທ່ານ ​ແອນ​ດີ ປູ​ສ​ເດີ ​ໄດ້​ສະຫຼະ​ສິດ​ການສະ​ເໜີ​ຊື່​​ເປັນ​ລັດຖະມົນຕີ​ແຮງ​ງານ​ໃນ​ມື້​ດຽວ​ກັນ.

ກ່ອນ​ໜ້າ​ນີ້​ຄື ຕອນ​ຄ່ຳ​ວັນ​ທີ 13 ກຸມພາ​ນີ້, ທ່ານ​ໄມ​ເຄີ​ນ ຟຼິນ ອະດີດ​ຜູ້​ຊ່ວຍ​ປະທານາທິບໍດີ​ອາ​ເມ​ລິ​ກາ​ທີ່​ຮັບຜິດຊອບ​ວຽກ​ງານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ໄດ້​ລາ​ອອກ​ຈາກ​ຕຳ​ແໜ່​ງຍ້ອນການລັກ​ລົມ "​ໂທລະສັບ" ​ແຕ່ສິ່ງ​ທີ່​ຕ່າງ​ຈາກ​ທ່ານ​ຟຼິນ ຄືທ່ານ​ປູ​ສ​ເດີ​​ໄດ້ສະຫຼະ​ສິດ​ກ່ອນ​ຂຶ້ນ​ດຳລົງ​ຕຳ​ແໜ່​ງ. ຄະນະ​ກຳມາ​ທິການ​ສາທາລະນະ​ສຸກ, ການ​ສຶກສາ, ​ແຮງ​ງານ​ ​ແລະ​ປະກັນ​ບຳນານ​ສະພາ​ສູງ​ອາ​ເມ​ລິ​ກາ​ຕົກລົງ​ຈະ​ຈັດ​ເວທີ​ຮັບ​ຟັງ​ການ​ສະ​ເໜີ​ຊື່​ຂອງ​ທ່ານ​ປູ​ສ​ເດີ​ໃນ​ຕອນ​ເຊົ້າ​ວັນ​ທີ
16 ກຸມພາ​ນີ້. ​ແຕ່​​ເນື່ອງ​ຈາກວ່າ ທ່ານ​ປູ​ສ​ເດີ​ໄດ້​ສະຫຼະ​ສິດກ່ອນ​, ຈິ່ງ​ໄດ້​ເຮັດ​ເວທີ​ຮັບ​ຟັງດັ່ງກ່າວ​ຖືກ​ຍົກ​ເລີກ​ ​ໂດຍ​ໄດ້​ປະກາດ​ຢູ່​ເວັບ​ໄຊ​ຂອງ​ຕົນ​ໃນ​ຕອນ​ບ່າຍ​ວັນ​ທີ 15 ກຸມພາ.

ມາ​ຮອດ​ປັດຈຸບັນ, ຄະນະ​ລັດຖະບານ​ຕຣຳທີ່​ມີ​ 24 ຄົນ​ນັ້ນ ຍັງ​ມີ 10 ​ຕຳ​ແໜ່​ງທີ່ຍັງ​ບໍ່​ທັນ​ໄດ້​ຕົກລົງ​ເທື່ອ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ