ນະຄອນ​ໜານ​ໜິງຍົກ​ລະດັບ "ຊ່ອງ​ທາງ​ໜານ​ໜິງ" ​​ເພື່ອການ​ຮ່ວມ​ມື​ຈີນ-ອາ​ຊຽນ
2017-02-16 13:55:48  cri 
ຕາມ​ຂ່າວສານ​ຈີນ: ວັນ​ທີ 15 ກຸມພາ​ນີ້, ທ່ານ​ໂຈ​ວຫົງ​ໂປ ​ເຈົ້າ​ຄອງ​ນະຄອນ​ໜານ​ໜິງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ກ່າວ​ວ່າ, ​ໃນ​ຖານະ​ເປັນ​ຕົວ​ເມືອງ​ແຖວ​ໜ້າ ​ແລະ​ໃຈກາງ​ແຫ່ງ​ການ​ຮ່ວມ​ມື ​ແລະ​ເປີດ​ປະຕູ​ສູ່​ປະ​ເທດ​ອາ​ຊຽນຂອງ​ຈີນ, ນະຄອນ​ຂອງ​ຕົນ​ໄດ້ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", ຊຸກຍູ້​ຈຸດ​ທົດ​ລອງ​ຕົວ​ແບບ​​ໃນແລວ​ທາງ​ເສດຖະກິດ​ຈີນ-​ແຫຼມ​ອິນດູຈີນ, ຕັ້ງໜ້​າ​ເລັ່ງ​ຍົກ​ລະດັບ "ຊ່ອງ​ທາງ​ໜານ​ໜິງ" ​ໃຫ້​ສູງ​ຂຶ້ນ​​ແລະ​ມີ​ປະສິດທິພາບ.

ທ່ານ​ໂຈ​ວຫົງ​ໂປ​ກ່າວ​ວ່າ, ການ​ກໍ່ສ້າງ​ລະບົບທາງ​ຄົມມະນາຄົມ​ສັງ​ລວມສາກົນ​ໃນ​ພາກ​ພື້ນ​ຂອງ​ໜານ​ໜິງ​ໄດ້​ມີ​ບາດກ້າວ​ໃໝ່ ​ໂດຍ​ການເລັ່ງລັດກໍ່ສ້າງ​ລົດ​ໄຟ​ໃຕ້​ດິນ ​ແລະ​ລານ​ແລ່ນ​ຊ່ອງ​ທີ​ສອງ​ຂອງສະໜາມ​ບິນ​ອູ​ຊີ, ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ໂດຍສານ​ໜາ​ນໜິງ-ຄຸນ​ມິ​ງ ​ເປັນ​ຕົ້ນ. ນອກ​ນີ້, ສະຖານີ​ລົດ​ໄຟ​ຕາ​ເວັນ​ອອກ​ຂອງ​ນະຄອນຕົນ​ກໍ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ລະບົບທາງ​ຄົມມະນາຄົມ​ສັງ​ລວມທີ່​ໃຫຍ່​ທີ​ສຸດ​ຢູ່​ພາກ​ໃຕ້​​ຈີນ.

ປັດຈຸ​ບັນ, ນະຄອນ​ໜານ​ໜິງ​ໄດ້​ກາຍ​ເປັນ "ຈຸດ​ຕໍ່​ລົດ​ກາງ​ທາງ" ​ແລະ "​ແຫຼ່ງຜະລິດ" ສິນຄ້າ​ນຳ​ເຂົ້າສົ່ງອອກ​ອາ​ຊຽນ ​ແລະມີ 6 ປະ​ເທດ​ອາ​ຊຽນ​ໄດ້​ສ້າງ​ສະຖານກົງສູນ​. ​ເຈົ້າ​ໜ້າ​ທີ່​ອຳນາດ​ການ​ປົກຄອງ​ໜານ​ໜິງ​ເປີດ​ເຜີ​ຍວ່າ ຈະ​ເລັ່ງ​ກໍ່ສ້າງ​ສູນ​ກາ​ນທະນາຄານ​ສາກົນ​ໃນ​ພາກ​ພື້ນ, ​ເປີດ​ກວ້າງ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ, ຍາດ​ແຍ່ງ​ການ​ສ້າງ​ຕັ້ງມະຫາວິທະຍາ​ໄລ​ຈີນ-ອາຊຽນ​ຢູ່​ນະຄອນ​ຂອງ​ຕົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ