ຈີນ​ກ່າວ​ວ່າ​ຍີ່ປຸ່ນ​ຄວນ​ສຶກສາ​ຄົນ​ຮຸ່ນ​ໜຸ່ມ​ດ້ວຍ​ທັດສະນະ​ປະຫວັດສາດ​ທີ່​ຖືກຕ້ອງ
2017-02-16 15:07:48  cri 
    ຕາມ​ຂ່າວ CRI: ກະຊວງ​ສຶກສາ​ທິການ​ແລະ​ວິທະຍາສາດ​ຍີ່ປຸ່ນ ​ໄດ້​ເປີດ​ເຜີຍ​ໂຄງ​ລ່າງຫຼັກສູດ​ສະບັບ​ໃໝ່​ສຳລັບ​ຊັ້ນປະຖົມ​ແລະ​ມັດ​ທະ​ຍົມ​ໃນ​ວັນ​ທີ 14 ກຸມພາ​ນີ້ ​ໂດຍ​​ເນັ້ນ​ໃຫ້​ເອົາເກາະ​ຕ້ຽວ​ຢີ​ແມ່ນ​ດິນ​ແດນ​​ເດີມ​ຂອງ​ຍີ່ປຸ່ນ​​ເຂົ້າໃນຫຼັກສູດ​ສັງຄົມ​ ຢ່າງ​ຈະ​ແຈ້ງ. ຈາກ​ນີ້, ທ່ານ ​ເກີ​ງສວງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດຈີນ​ຈຶ່ງ​ໄດ້​ກ່າວ​ໃນ​ວັນ​ທີ 15 ກຸມພາ​ນີ້​ ​ໂດຍທວງ​ໃຫ້​ຍີ່ປຸ່ນ​ຈົ່ງ​ເຄົາລົບ​ຄວາມ​ຈິງທາງ​ປະຫວັດສາດ ​ແລະ​ຢຸດ​ການ​ທ້າ​ທາຍ​ເກາະ​ຜິດ.

    ທ່ານ ​ເກີ​ງສວງ ກ່າວ​ໃນ​ການຖະ​ແຫຼງ​ຂ່າວ​ປະຈຳ​ໃນ​ວັນ​ດັ່ງກ່າວ​ວ່າ: "​ເກາະ​ຕ້ຽວ​ຢີ​ແລະ​ເກາະດອນ​ອ້ອມ​ແອ້ມ ​ແມ່ນ​ດິນ​ແດນ​ເດີມ​ຂອງ​ຈີນ ​ເຊິ່ງຈີນ​ຕັດສິນ​ໃຈ​ຢ່າງເດັດດ່ຽວ​ໜຽວ​ແໜ້ນ​​ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ດິນ​ແດນ. ​ບໍ່​ວ່າ​ຍີ່ປຸ່ນ​ເວົ້າຫຍັງ, ​ເຮັດ​ຫຍັງ ລ້ວນ​ແຕ່​ບໍ່​ສາມາດ​ປ່ຽນ​ແປງ​ຄວາມ​ຈິງ​ທີ່ວ່າ​ເກາະ​ຕ້ຽວຢີ​ຂຶ້ນກັບ​ຈີນ. ດ້ວຍ​ຄວາມ​ຈິງ​ດັ່ງກ່າວ ພວກ​ເຮົາທວງ​ໃຫ້​ຍີ່ປຸ່ນ​ຈົ່ງ​ເຄົາລົບ​ຄວາມ​ຈິງທາງ​ປະຫວັດສາດ, ຢຸດ​ການ​ທ້າ​ທາຍ​ເກາະ​ຜິດ, ສຶກສາ​ຄົນ​ຮຸ່ນ​ໜຸ່ມ​ດ້ວຍ​ທັດ​ນະ​ນະ​ປະ​ຫວັດ​ສາດ​ທີ່​ຖືກຕ້ອງ ​ແລະ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຈິງ​ໃຈ​ໃນ​ການ​ປັບປຸງ​ສາຍ​ພົວພັນ​ກັບ​ຈີນ​ດ້ວຍ​ການ​ກະທຳ​ຕົວ​ຈິງ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ