ປີຜ່ານມາມີ​ຍອດ​ມູນ​ຄ່າ​​ລົງທຶນ​ເກືອບ 500 ຕື້​ໂດ​ລາພັດທະນາພື້ນຖານ​ໂຄງ​ລ່າງ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"
2017-02-16 15:11:51  cri 
    ຕາມ​ຂ່າວສານ​ຊິນ​ຮວາ: ບໍລິສັດ PwC ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ຢູ່​ຮົງ​ກົງ​ໃນ​ວັນ​ທີ 15 ກຸມພາ​ນີ້​ ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, 66 ປະ​ເທດ​ແລະ​ເຂດ​ແຄວ້ນ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"  ​ໄດ້​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ໃຈກາງຫຼາຍກວ່າ 493 ຕື້​ໂດ​ລາ​ສະຫະລັດ​ໃນ​ປີຜ່ານມາ ​ໃນ​ນີ້ ໂຄງການ​ທີ່​ລົງທຶນ​ຢູ່​ຈີນ ກວມ​ໜຶ່ງ​ສ່ວນ​ສາມ.

    ທ່ານ ຊິ​ມົນ ບຸກ ຜູ້ບໍລິຫານ​ຮ່ວມ​ພະ​ແນ​ກລະດົມ​ທຶນ​ວິ​ສາ​ຫະກິດ​ຮົງ​ກົງ​ຂອງ​ບໍລິສັດ PwC ກ່າວ​ໃນ​ການ​ຖະ​ແຫຼງຂ່າວ​ໃນ​ມື້​ດັ່ງກ່າວ​ວ່າ, ນັບ​ແຕ່​ສະ​ເໜີ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ເມື່ອ​ປີ 2013 ​ເປັນຕົ້ນມາ, ຈຳນວນ​​ເງິນ​ລົງທຶນ​ໃນ​ພາກ​ພື້ນ ​ໄດ້​ເພີ່ມ​ຂຶ້ນຕໍ່​​ເນື່ອງ​ໂດຍ​ກວມ​ເອົາ 33% ຕໍ່​ປີ ​ແລະ​ມີທ່າ​ວ່າ​ຈະຂະຫຍາຍ​ຢ່າງ​ຕໍ່​​ເນື່ອງ.

    ທ່ານ ບຸກ ຊີ້​ວ່າ, ຈາກ​ການ​ເອົາ​ໃຈ​ໃສ່​ກໍ່ສ້າງ​ໂຄງການ​ພື້ນຖານ​ໂຄງ​ລ່າງ​ໃໝ່, ຈຶ່ງ​ເຮັດ​ໃຫ້ອັດຕາ​ເຕີບ​ໂຕ​ຂອງ GDP ​ໃນ​ປະ​ເທດ​ແລະ​ເຂດ​ແຄວ້ນ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ໃນ​ປີຜ່ານມາ ບັນລຸ​ໂດຍ​ສະ​ເລ່ຍ 4,6% ​ເຊິ່ງຫຼາຍກວ່າ​ກຸ່ມ​ເສດຖະກິດ​ຈະ​ເລີ​ນ​ໃໝ່​ທີ່​ຈະ​ເລ່ຍມີພຽງ​ແຕ່ 3,6% ​ເທົ່າ​ນັ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ