"ການທ່ອງທ່ຽວ​ວັດທະນະທຳ​ອາ​ຊຽນປັກ​ກິ່ງ" 2017 ສິ້ນສຸດ​ລົງ​ຢ່າງ​ຈົບງາມ
2017-02-16 15:14:09  cri 
    ກິດຈະກຳ "ການທ່ອງທ່ຽວ​ວັດທະນະທຳ​ອາ​ຊຽນປັກ​ກິ່ງ" 2017 ທີ່​ຈັດ​ຂຶ້ນ​ໂດຍສະມາຄົມ​ມິດຕະພາບ​ຕໍ່​ຕ່າງປະ​ເທດ​ນະຄອນຫຼວງປັກ​ກິ່ງ, ສູນ​ຈີນ-​ອາ​ຊຽນ, ອຳນາດ​ການ​ປົກຄອງ​ເມືອງ​ຊີ່​ເຊີງ​ນະຄອນຫຼວງປັກ​ກິ່ງ ​ແລະ​ສູນ​ແລກປ່ຽນ​ວັດທະນະທຳ​ຫວຽດນາມ​ຈີນ​ກະຊວງ​ວັດທະນະທຳ, ກິລາ​ແລະ​ທ່ອງ​ທ່ຽວ​ຫວຽດນາມ ​ໄດ້​ສິ້ນສຸດ​ລົງ​ຢ່າງ​ຈົບງາມ​ຢູ່​ມະຫາວິທະ​ຍາ​ໄລ​ວັດທະນະທຳ​ຮ່າ​ໂນ້ຍຫວຽດນາມ​ໃນ​ວັນ​ທີ 15 ກຸມພາ​ນີ້ ​ເຊິ່ງ​ເປັນ​ກິດຈະກຳ​ຄັ້ງສຸດ​ທ້າຍ​ຂອງ​ລະບົບ "ຫຼິ້ນບຸນ​ກຸດ​ຈີນ​ຢ່າງ​ມ່ວນ​ຊື່ນ" ປະຈຳ​ປີ​ນີ້.

    ທ່ານ ຫງວຽນ​ວັນ​​ເກືອ​ງ ຫົວໜ້າ​ສູນ​ແລກປ່ຽນ​ວັດທະນະທຳ​ຫວຽດນາມ​ຈີນ​ກະຊວງ​ວັດທະນະ​ທຳ, ກິລາ​ແລະ​ທ່ອງ​ທ່ຽວ​ຫວຽດນາມ ​ໄດ້​ກ່າວສະ​ແດງ​ຄວາມ​ຂອບ​ໃຈ​ເປັນ​ພິ​ເສດ​ຕໍ່​ເພື່ອນ​ມິດ​ປັກ​ກິ່ງ​ທີ່​ນຳ​ເອົາ​ໂຄງການ​ມໍລະດົກ​ທີ່​ບໍ່​ແມ່ນ​ວັດຖຸ​ທີ່​ມີ​ເອກະລັກ​​ເຂັ້ມຂຸ້ນ​ຂອງ​ຈີນ​ນັ້ນມາສູ່​ປະ​ເທດ​ຕົນ. ​ແນວ​ໃດ​ກໍ​ດີ, ການທ່ອງທ່ຽວ​ວັດທະນະທຳ​ອາ​ຊຽນຄັ້ງນີ້ ມີ​ຄວາມ​ໝາຍ​ເລິກ​ເຊິ່ງຍາວ​ນານ ​ເຊິ່ງ​ໄດ້​ປະກອບສ່ວນ​ສົ່ງ​ເສີມມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ ​ແລະ​ຍົກ​ສູງ​ຄວາມ​ເຂົ້າ​ໃຈ​ກັນ​ລະຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ​ຕື່ມ​ອີກ.

    ທ່ານ ຮົງ​ສຽວ​ຢົງ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ຫວຽດນາມ ກໍ​ໄດ້​ຕີ​ລາຄາ​ສູງ​ຕໍ່​ກິດຈະກຳ​ຄັ້ງນີ້​ເຊັ່ນ​ດຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ