ສິງກະ​ໂປ​ໄວ້ອາ​ໄລ​ຜູ້​ເສຍ​ຊີວິດ​ໃນ​ໄລຍະ​ຖືກ​ຍີ່ປຸ່ນ​ຍຶດຄອງ
2017-02-16 16:47:45  cri 
    ຕາມ​ຂ່າວສານ​ຊິນ​ຮວາ: ສະພາ​ການ​ຄ້າ​ຈີນ​ຂອງ​ສິງ​ກະ​ໂປ ​ໄດ້​ຈັດ​ກິດຈະກຳ​ຢູ່​ຕໍ່ໜ້າ​ອະນຸສາວະລີ​ປະຊາຊົນ​ຜູ້​ເສຍ​ຊີວິດ​ໃນ​ໄລຍະ​ຖືກ​ຍີ່ປຸ່ນ​ຍຶດຄອງ ຢູ່​ໃຈກາງ​ເມືອງ​ເມື່ອ​ວັນ​ທີ 15 ກຸມພາ​ນີ້ ​ເພື່ອ​ໄວ້ອາ​ໄລ​ເຖິງ​ປະຊາຊົນ​ທີ່​ຖື​ກສັງຫານ​ໃນ​ໄລຍະ​ດັ່ງກ່າວ.

    ທ່ານ​ນາງ ​ເກຣສ໌ ຟູ​ໄຮ​ຢຽນ ລັດຖະມົນ​ຕີ​ກະຊວງ​ວັດທະນະທຳ, ​ເຂດ​ຊຸມ​ຊົນ​ແລະ​ຊາວ​ໜຸ່ມ​ສິງກະ​ໂປ ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ, ​ການ​​ໄວ້ອາ​ໄລທີ່​ຈັດ​ຂຶ້ນ​ທຸກ​ປີ ​ເພື່ອ​ເນັ້ນຄວາມ​ສຳຄັນ​ໃນ​ການປົກ​ປ້ອງ​ສິງ​ກະ​ໂປ​ໃຫ້​ແກ່​ຊາວ​ສິງ​ກະ​ໂປ ​ໂດຍ​ສະ​ເພາະ​ຄົນ​ຮຸ່ນ​ໜຸ່ມ ​ເພາະວ່າ​ການ​ປ້ອງ​ກັນ​ປະ​ເທດ​ຊາດ​ແມ່ນ​ໜ້າ​ທີ່​ຂອງ​ທຸກ​ຄົນ.

    ວັນ​ທີ 15 ກຸມພາ​ປີ 1942 ຍີ່ປຸ່ນ​ໄດ້​ຍຶດຄອງ​ສິງ​ກະ​ໂປ ​ແລະ​ເລີ່​ມປົກຄອງ​ສິງກະ​ໂປ​ເປັນ​ເວລາສາມ​ປີ​ເຄິ່ງ. ຕາມ​ສະຖິຕິ​ບໍ່​ຄົບ​ຖ້ວນ ມີ​ຊາວ​ສິງກະ​ໂປ​ເຊື້ອສາຍ​ຈີນ​ຢ່າງ​ໜ້ອຍ 5 ໝື່ນ​ຄົນ​ຖື​ກສັງຫານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ