ນາຍົກ​ໄທ​​ເນັ້ນ​ຕ້ອງ​ເຂົ້າສູ່​ສະ​ໄໝ 4,0 ຢ່າງຮອບດ້ານ
2017-02-16 16:50:04  cri 
    ຕາມ​ຂ່າວສານ​ຊິນ​ຮາ: ລັດ​ຖະບານ​ໄທ​ໄດ້​ໄຂກອງ​ປະຊຸມ​ສຳ​ມະ​ນາ "​ໂອກາດ​ຂອງ​ໄທ" ຢູ່​ນະຄອນຫຼວງບາງ​ກອກ​ໃນ​ວັນ​ທີ 15 ກຸມພາ​ນີ້ ​ໂດຍ​ສຸມ​ໃສ່​ປຶກສາ​ຫາລື​ວ່າ ​ໄທ​ຈະ​ບັນລຸ​ເປົ້າໝາຍ​ຍຸດ​ທະ​ສາດ​ເສດຖະກິດ "​ໄທ 4,0" ​ແນວ​ໃດ ​ເຊິ່ງທ່ານ ປຣະຍຸດ ຈັນ​ໂອຊາ ນາຍົກລັດຖະມົນຕີກ່າວຢູ່​ພິທີ​ໄຂ​ກອງ​ປະຊຸມ​ວ່າ, ​ໄທ​ຕ້ອງ​ເຂົ້າສູ່​ສະ​ໄໝ 4,0 ຢ່າງຮອບດ້ານ ຄື​ຜ່ານ​ຈາກ​ຫົວຄິດ​ປະດິດ​ສ້າງ​ແລະ​ເຕັກນິກ​ເພື່ອ​ພັດທະນາ​ຂະ​ແໜງ​ການ​ທີ່​ມີ​ມູນ​ຄ່າ​ເພີ່ມ​ສູງ, ຊຸກຍູ້​ການ​ຫັນປ່ຽນ​ຮູບ​ແບບ​ແລະ​ຍົກ​ລະດັບ​ເສດຖະກິດ, ຂ້າມ​ຜ່ານ​ຂຸມ​ລາຍ​ຮັບ​ປານ​ກາງ ​ແລະ​ເພີ່ມ​ກຳລັງ​ແຂ່ງຂັນ​ຂອງ​ໄທ​ໃຫ້​ສູງ​ຂຶ້ນ.

    ກອງ​ປ​ະຊຸມ​ໄດ້​ແນະນຳ​ໂຄງການ "​ແລວ​ເສດຖະກິດ​ຕາ​ເວັນ​ອອກ" ​ໃຫ້​ຜູ້​ລົງທຶນ ​ໂດຍ​ຫວັງ​ວ່າ ຈະ​ເພີ່ມ​ທະວີ​ພື້ນຖານ​ໂຄງລ່າງ, ດຶງ​ດູດ​ການ​ລົງທຶນ​ໃຫ້ຫຼາຍກວ່າ​ເກົ່າ, ຂະນະ​ດຽວ​ກັນ​ກໍ​ນຳ​ເຂົ້າຂະ​ແໜງ​ການ​ໃໝ່​ເພື່ອ​ຊ່ວຍ​ໄທ​ຫັນປ່ຽນ​ຮູບ​ການ​ພັດທະນາ​ແລະ​ຍົກ​ລະດັບ​ເສດຖະກິດ​ໃຫ້​ສູງ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ