ຈີນ​ມຽນມາ​ເພີ່​ມກຳລັງ​ປ້ອງ​ກັນຊາ​ຍ​ແດນ​ຮອບດ້ານ
2017-02-17 11:42:16  cri 

ກອງ​ຄຸ້ມ​ຄອງ​ເຈົ້າ​ໜ້າ​ທີ່​ຮັກສາຊາ​ຍ​ແດນ​​ແຂວງຢຸນນານ​ກອງ​ທຳ​ອິດ​ທີ່​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ສະຖານີ​ຕຳຫຼວດເຈີ່​ຟ້າ​ງຂອງ​ພະ​ແນ​ກປ້ອງ​ກັນຄວາມ​ສະຫງົບ​ປະຈຳຊາ​ຍ​ແດນ​ກິ່ງ​ແຂວງ​ເຕີ​ຫຸງ​ແຂວງ​ດັ່ງກ່າວ ຈະ​ຊ່ວຍ​ຄຸ້ມ​ຄອງ​ເຈົ້າ​ໜ້າ​ທີ່​ຮັກສາຊາ​ຍ​ແດນ​ທີ່​ປະກອບ​ດ້ວຍ​ປະຊາຊົນ​ນັ້ນ​ໃຫ້​ເປັນ​ລະບຽບ​ແບບ​ແຜນ​ແລະ​ຍົກ​ສູງ​ຄວາມ​ສາມາດ​ຄວບ​ຄຸມ​ຊາຍ​ແດນ.

​ແຂວງ​ຢຸນນານ​ທີ່ຢູ່​ເຂດ​ຊາຍ​ແດນ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ເປັນ​​ເນັ້ນທາງ​ຜ່ານ​ທາງບົກ​ສຳຄັນ​ທີ່​ເຊື່ອມ​ຕໍ່​ຈີນ​ກັບ​ບັນດາ​ປະ​ເທດ​ອາຊີ​​ຕາ​ເວັນ​ອອກສຽ​ງ​ໃຕ້​ແລະ​ອາຊີ​ໃຕ້​ມາ​ແຕ່ບູຮານ​ນະ​ການ​ໂດຍ​ມີ​ຊາຍ​ແດນ​ຕິດ​ກັບ​ມຽນມາ,ລາວ​ແລະ​ຫວຽດນາມ​ຍາວ​ເຖິງ 4060 ກິ​ໂລ​ແມັດ, ມີ​ເມືອງ​ຊາຍ​ແດນ 25 ​ເມືອງ​ແລະ​ມີ​ຫຼາຍ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ດຳ​ລົງ​ຊີ​ວິດຢູ່​ເຂດ​ຊາຍ​ແດນ.


ປັດຈຸບັນ, ໜ່ວຍປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ເຂດ​ຊາຍ​ແດນ​​ແຂວງ​ຢຸນນານ​ໄດ້​ສ້າງ​ກົນ​ໄກ​ທີ່​ມີ​ປະສິດທິ​ຜົນ​ຍາວ​ນານ​ໃຫ້​ແກ່​ກອງ​ຄຸ້ມ​ຄອງ​ເຈົ້າ​ໜ້າ​ທີ່​ຮັກສາຊາ​ຍ​ແດນ​ເປັນ​ຕົ້ນ​ລະບຽບ​​​​ແບບ​ແຜນ​ເຮັດ​ວຽກ,ວິທີ​ການ​ຄຸ້ມ​ຄອງ,ການຍົກ​ລະດັບ​ຄວາມ​ສາມາດ​ແລະ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ