ວາງສະ​ແດງ​ຜົນສຳ​ເລັດການກໍ່ສ້າງ​ໄຟຟ້າ​ກຳປູ​ເຈຍ​ຢູ່​ພະນົມ​ເປັນ
2017-02-17 11:47:31  cri 
ພິທີ​ໄຂງານ​ວາງສະ​ແດງ​ຜົນສຳ​ເລັດຂອງ​ບໍລິສັດ​ຈີນທີ່​ຊ່ວຍ​ກໍ່ສ້າງ​ໄຟຟ້າ​ກຳປູ​ເຈຍ​​ໄດ້​ຈັດ​ຂຶ້ນຢູ່ນະຄອນຫຼວງ​ພະນົມ​ເປັນ​ໃນ​ວັນ​ທີ 16 ກຸມພາ​ນີ້​ໂດຍ​ທ່ານ​ສົງ​ໂປ່ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ກຳປູ​ເຈຍ, ທ່ານ​ຊຸຍ​ເຊັມ ລັດຖະມົນຕີ​ກະຊວງ​ບໍ່​ແຮ່ແລະ​ພະລັງງານ​ກຳປູ​ເຈຍ, ຜູ້ຕາງໜ້າ​ບໍລິສັດ​ຈີນ​​ແລະ​ແຂກ​ຖືກ​ເຊີນ​​ເຂົ້າ​ຮ່ວມປະມານ 100 ຄົນ​.

ທ່ານ​ຊຸຍ​ເຊັມກ່າວ​ໃນ​ພິທີ​ດັ່ງກ່າວ​ວ່າ: ກຳປູ​ເຈຍ​ຍິນດີ​ຕ້ອນຮັບ​ບໍລິສັດ​ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ​​ໃນການ​ເຂົ້າ​ມາລົງທຶນກໍ່ສ້າງ​ພື້ນຖານ​ໂຄງ​ລ່າງຢູ່​ປະ​ເທດ​ຕົນ​ເຊັ່ນ​ພະລັງງານ​ໄຟຟ້າ​​ແລະ​ອື່ນ​ໆ ​ເພື່ອ​ເປັນ​ສ່ວນ​ສຳຄັນ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ-ສັງຄົມແລະ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ. ສຳລັບງານ​ວາງສະ​ແດງ​ເທື່ອ​ນີ້​ຈະ​ຊ່ວຍ​ເຮັດ​ໃຫ້​ປະຊາຊົນ​ກຳປູ​ເຈຍ​ໂດຍ​ສະ​ເພາະ​ຊ່າວ​ໜຸ່ມ​ນັກຮຽນ​ນັກ​ສຶກສາ​ມີຄວາມ​ຮູ້​ດ້ານ​ໄຟຟ້າ​ນ້ຳຕົກ​ແລະ​​ເຫັນ​ໄດ້ຄວາມ​ໝາຍ​ສຳຄັນ​ໃນ​ການ​ພັດທະນາ​ໄຟຟ້າ​ນ້ຳຕົກ.

ຂ່າວ​ແຈ້ງວ່າ: ນັບ​ແຕ່​ປີ 2007 ​ເປັນ​ຕົ້ນ​ມາ, ລັດຖະບານ​ກຳປູ​ເຈຍ​​ໄດ້ຕັ້ງໜ້າ​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ພະລັງງານ​ໄຟຟ້າ​ແລະ​ຖື​ເອົາ​ເປັນ​ບຸລິມະ​ສິດ​ໂດຍ​ໄດ້ອອກ​ແຮງ​ຊຸກຍູ້​ການ​ກໍ່ສ້າງ​ພະລັງງານ​ໄຟຟ້າ ຂະນະ​ທີ່​ປັດຈຸບັນ​ສາມາດ​ກຸ້ມຕົນ​ເອງ​​​ດ້ານ​ພະລັງງານ​ໄຟຟ້າ​​ໄດ້ຫຼາຍ​ກວ່າ 80% ​ແລ້ວ​ແລະ​ມາ​ເຖິງປີ 2016, ບໍລິສັດ​ໄຟຟ້າ​ຈີນຢູ່ກຳ​ປູ​ເຈຍ​​ສາມາດ​ສະໜອງ​ການຜະລິດ​ໄຟຟ້າ​ນ້ຳຕົກ​ແລະ​ໄຟຟ້າ​ຖີ່​ນຫີນ​ກວມ​ເກືອບ 80% ຂອງ​ຍອດ​ປະລິມານການ​ຜະລິດ​ໄຟຟ້າ​ທົ່ວ​ປະ​ເທດ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ