ສ.​ເກົາຫຼີຈະ​ມອບອັດຖິ​ທະຫານ​ອາສາ​ສະໝັກ​ຈີນຜູ້​ເສຍສະຫຼະ​ໃຫ້​ຈີນ​ອີກ 20 ກວ່າຄົນ
2017-02-17 14:49:14  cri 

ທ່ານ​ເກິ​ງສວງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ກ່າວ​ໃນ​ພິທີ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ກຸມພາ​ນີ້​ວ່າ: ວັນ​ທີ 15 ກຸມພາ​ນີ້, ໜ່ວຍງານທີ່​ກ່ຽວຂ້ອງ​ຂອງ​ສອງ​ປະ​ເທດ​ຈີນ​ແລະ ສ.​ເກົາຫຼີ​ໄດ້​ບັນລຸການ​ຕົກລົງກັນຫຼັງ​ປຶກສາ​ຫາລື​ຢູ່​ນະຄອນຫຼວງ​ເຊ​ອຸນ ວ່າ,​​ ສ.​ເກົາຫຼີຈະ​ມອບອັດຖິ​ທະຫານ​ອາສາ​ສະໝັກ​ປະຊາຊົນຈີນທີ່ເສຍສະຫຼະຢູ່​ປະ​ເທດ​ດັ່ງກ່າວອີກ 20 ກວ່າ​ຄົນ ພ້ອມສິ່ງ​ເສ​ດເຫຼືອທີ່​ກ່ຽວຂ້ອງ​ໃຫ້​ແກ່​ຈີນ​ໃນ​ວັນ​ທີ 22 ມີນາໜ້າ​ນີ້.

ທ່ານ​ເກິ​ງສວງ ກ່າວ​ຕື່ມ​ວ່າ: ນັບ​ແຕ່​ປີ 2014 ຫາ​ປີ 2016, ສ.​ເກົາຫຼີ​ແລະ​ຈີນ​ໄດ້​ມອບ​ຮັບ​ອັດຖິ​ທະຫານ​ອາສາ​ສະໝັກ​ປະຊາຊົນ​ຈີນ​ຜູ້​ເສຍສະຫຼະແລ້ວ 541 ຄົນ​, ຂະນະ​ທີ່​ປີ​ນີ້​ແມ່ນ​​ເທື່ອ​ທຳ​ອິດ​ຂອງການ​ມອບ​ຮັບ​ອັດຖິ. ​ແນວ​ໃດ​ກໍ​ດີ, ຈີນ​ຈະ​ສືບ​ຕໍ່​ປຶກສາ​ຫາລື​ແລະ​ຮ່ວມ​ມື​ກັບ ສ.​ເກົາຫຼີ ​ເພື່ອ​ເຮັດ​​ໃຫ້ການ​ມອບ​ຮັບ​ດັ່ງກ່າວດຳ​ເນີນ​ໄປ​ດ້ວຍ​ດີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ