ນາຍົກ​ເຢຍລະ​ມັນ​ຊີ້​ແຈງການ​ຕິດຕາມ​ລັກ​ຟັງ​ປະ​ເທດ​ພັນທະ​ມິດ
2017-02-17 16:40:59  cri 

ທ່ານ​ນາງ​ແອ​ງ​ເຈີ​ລາ ​ເມີ​ແຄວ ນາຍົກລັດຖະມົນຕີ​ເຢຍລະ​ມັນ ​ໄດ້​ຕອບ​ກະທູ້​​ຂອງ​ຄະນະ​ສຳຫຼວດ​ເຫ​ດການ​ຕິດຕາມ​ລັກ​ຟັງ ລັດຖະສະພາ​ສະຫະພັນ​ເຢຍລະ​ມັນ​ໃນ​ວັນ​ທີ 16 ກຸມພາ​ນີ້​ວ່າ: ຫຼັງສື່​ມວນ​ຊົນ​ເປີດ​ເຜີຍ​ກໍລະນີ​ທີ່​ກົມ​ຂ່າວ​ລັບ​ສະຫະພັນ​ເຢຍລະ​ມັນ​ຕິດຕາມ​ລັກ​ຟັງ​ປະ​ເ​ທດພັນທະ​ມິດ​ແລ້ວ ຕົນ​ຈຶ່ງ​​ຮູ້​, ສະນັ້ນ ຕົນບໍ່​ມີ​ຄວາມ​ຜິດ​ແຕ່​ຢ່າງ​ໃດ ​ແລະ​ກໍ​ບໍ່​ໄດ້ຫຼອກລວງ​ປະຊາຊົນ​ໃນ​ເຫດການ​ດັ່ງກ່າວ.

ສື່​ມວນ​ຊົນ​ໄດ້​ເປີດ​ເຜີຍ​ເມື່ອ​ປີ 2015 ວ່າ ອົງການ​ຂ່າວ​ລັບ​ເຢຍລະ​ມັນ​ໄດ້​ຕິດຕາມ​ລັກ​ຟັງ​ປະ​ເທດ​ພັນທະ​ມິດ ​ເຊິ່ງ​ເລື່ອງ​ນີ້, ທ່ານ​ນາງ​ເມີ​ແຄວ ​ໄດ້​ຕອບ​ກະທູ້​ຖາມ​ຂອງ​ຄະນະ​ສຳຫຼວດວ່າ: ຕົນ​ບໍ່​ຮູ້​ເລື່ອງ​ນີ້​ແຕ່​ປະການ​ໃດ ​ແລະຫຼັງ​ໄດ້​ຮູ້​​ແລ້ວ ກໍ​ສະ​ເໜີ​ຄວາມ​ຮຽກຮ້ອງ​ທາງ​ການ​ເມືອງ​ໄປ​ຍັງ​ຂະ​ແໜງ​ທີ່​ກ່ຽວຂ້ອງ ​ເພື່ອ​ສະກັດ​ກັ້ນການ​ກະທຳ​ທີ່​ບໍ່​ຊອບ​ທຳ​ດັ່ງກ່າວ ທັງ​ຮັບປະກັນ​ບໍ່​ໃຫ້​ເກີດ​ເລື່ອງ​ທີ່​ມີລັກສະນະ​ຄ້າຍຄື​ກັນ​ອີກໃນ​ຕໍ່ໜ້າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ