ການ​ບັນລຸ​ສັນຕິພາບຢູ່​ຕາ​ເວັນ​ອອກ​ກາງ​ຕ້ອງການ ​"ແຜນການສອງ​ປະ​ເທດ​ປາ​​ແລັສຕິນ-ອິສຣາ​ແອນ"
2017-02-17 16:49:08  cri 

ທ່ານ​ອາ​ເມັດ ອາ​ບຸນ ​ເກັດ ​ເລຂາທິການ​ໃຫຍ່​ສັນນິບາດ​ປະ​ເທດ​ອາຣັບ ​ໄດ້​ອອກ​ຖະ​ແຫຼງການ​ໃນ​ວັນ​ທີ 16 ກຸມພາ​ນີ້​ວ່າ: ການ​ບັນລຸ​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງ​ຕ້ອງການ "​ແຜນການ​ບັນລຸ​ການຢູ່​ຮ່ວມ​ກັນ​ໂດຍ​ສັນຕິຢ່າງ​ຖາວອນລະຫວ່າງ​ປາ​​ແລັສຕິນ-ອິສຣາ​ແອນ".

ທັງ​ນີ້, ທ່ານ​ໂດ​ນັນ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ ກ່າວ​ໃນ​ການ​ຖະ​ແຫຼງຂ່າວ​ຮ່ວມ​ກັບທ່ານ​ເບ​ນຈາ​ມິນ ​ເນ​ຕັນ​ຢາ​ຮູ ນາຍົກລັດຖະມົນຕີອິສຣາ​ແອນທີ່​ພວມ​ຢ້ຽມຢາມ​ອາ​ເມ​ລິ​ກາ​ ວ່າ: ຕົນ​​ສະໜັບສະໜູນການ​ບັນລຸ​ສັນຕິພາບ​ລະຫວ່າງ​ປາ​​ແລັສຕິນ-ອິສຣາ​ແອນ ບໍ່​ວ່າຈະ​ເປັນ "​ແຜນການ​ປະ​ເທດ​ດຽວ" ຫຼື "​ແຜນການ​ສອງ​ປະ​ເທດ" ນີ້​ແມ່ນ​ການ​ປ່ຽນ​ແປງ​ທ່າ​ທີ​ຢ່າງ​ໃຫຍ່​ຂອງ​ທ່ານ​ທຣຳ ​ເມື່ອ​ທຽບ​​ໃສ່​ຫຼັກໝັ້ນຂອງລັດຖະບານ​ອາ​ເມ​ລິ​ກາຫຼາຍຊຸດ​ຜ່ານ​ມາ​ທີ່​ສະໜັບສະໜູນ "​ແຜນການ​ສອງ​ປະ​ເທດ".

ທ່ານ​ມາ​ມຸດ ອັບ​ບັສ ປະທານາທິບໍດີ​ປາ​​ແລັສຕິນ ​ໄດ້​ຖະ​ແຫຼງຂ່າວ​ໃນ​ວັນ​ທີ 16 ກຸມພາ​ນີ້​ວ່າ: ຕົນ​ຍຶດໝັ້ນ "​ແຜນການ​ສອງ​ປະ​ເທດ" ຢ່າ​ງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ. ຂະນະ​ທີ່​ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣັສ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ ກໍ​ກ່າວ​ຢູ່​ນະຄອນຫຼວງ​ເລີ​ແກ ປະ​ເທດ​​ເອ​ຢິບ​​ໃນ​ວັນ​ທີ 15 ກຸມພາ​ນີ້ວ່າ: ນອກຈາກ "​ແຜນການ​ສອງ​ປະ​ເທດ" ​ແລ້ວ ບໍ່​ມີ​ຊ່ອງ​ທາງອື່ນ​ໃດທີ່​ສາມາດ​ແກ້​ໄຂ​ບັນຫາ​ປາ​ແລັສຕິນ-ອິສຣາ​ແອນ​ໄດ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ