ສະຖານທູດ​ຈີນ​ມອບ​ທຶນ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ​ໃຫ້​ແກ່​ສະພາກາ​ແດງ​ຟີ​ລິບ​ປີນ
2017-02-17 16:05:59  cri 
ວັນ​ທີ 16 ກຸມພາ​ນີ້, ທ່ານ​ຊຸນ​ຢີ້ ທີ່​ປຶກສາ​ທູດ​ຂອງ​ສະຖາ​ທູດ​ຈີນ​ປະຈຳ​ຟີ​ລິບ​ປີນ​ໄດ້​ມອບ​​ເງິນ 5 ໝື່ນ​ໂດ​ລາ​ທີ່​ເປັນ​ການ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ​ຈາກ​ສະພາກາ​ແດງ​ຈີນ​ໃຫ້​ແກ່​ສະພາກາ​ແດງ​ຟີ​ລິບ​ປີນ, ​ເພື່ອ​ໃຊ້​ໃນ​ການ​ກູ້​ໄພ​ຢູ່​ເຂດ​ປະສົບ​ໄພ​ແຜ່ນ​ດິນ​ໄຫວ​ທີ່​ເກີດ​ຂຶ້ນ​ຢູ່​ພາກ​ໃຕ້​ຟີ​ລິບ​ປີນ, ​ໂດຍ​ທ່ານ​ວິລະ​ນຸ​ເອວາ ຫົວໜ້າ​ພະ​ແນ​ກທຶນ​ຊ່ວຍ​ເຫຼືອ​ຂອງ​ສະພາກາ​ແດງ​ຟີ​ລິບ​ປີນ​ໄດ້​ຕາງໜ້າ​ຮັບ​ເອົາ​ເງິນ​ຊ່ວຍ​ເຫຼືອ​ດັ່ງກ່າວ​ແລະ​ກ່າວ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ຊ່ວຍ​ເຫຼືອຢ່າງ​ຈິງ​ໃຈ​ຂອງ​ຈີນ.

ຕອນ​ຄ່ຳ​ວັນ​ທີ 10 ກຸມພາ​ນີ້, ​ແຂວງ​ຊຸຣິກາວ​ພາກ​ໃຕ້​ຟີ​ລິບ​ປີນ​ໄດ້​ປະສົບ​ໄພ​ແຜ່ນດິນ​ໄຫວ​ໜັກໜ່ວງ​ທີ່​ສຸດ​ໃນ​ຮອບຮ້ອຍ​ປີ, ສົ່ງ​ຜົນ​ເຮັດ​​ໃຫ້​ຮ້ອຍ​ກວ່າ​ຄົນ​ເສຍ​ຊີວິດ​ແລະ​ບາດ​ເຈັບ, ສະໜາມ​ບິນ​ແລະ​ທາງ​ຫຼວງ​ຖືກ​ທຳລາຍ​ຢ່າງ​ຫຼວງ​ຫຼາຍ.

ຂ່າວ​ແຈ້ງວ່າ​ໃນ​ວັນ​ທີ 15 ກຸມພາ​ນີ້, ກະຊວງ​ການ​ຄ້າ​ຈີນ​ປະກາດ​ວ່າ, ​ເພື່ອ​ຊ່ວຍ​ເຫຼືອ​ປະຊາຊົນ​ແລະ​ລັດຖະບານ​ຟີ​ລິບ​ປີນ​ຮັບ​ມື​ກັບ​ໄພພິບັດ​ແລະ​ກູ້​ໄພ, ລັດຖະບານ​ຈີນ​ໄດ້​ຕົກລົງ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ​ສຸກ​ເສີນ 1 ລ້ານ​ໂດ​ລາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ