ພິທີໃສ່ບາດໃນງານມະຫາກຳບຸນຊ້າງ ປະຈຳປີ 2017.
2017-02-17 16:48:19  cri 

 

 ເພື່ອລະນຶກເຖິງບັນພະບູລຸດທີ່ເສຍສະເລືອດເນື້ອເພື່ອປະເທດຊາດ ລວມເຖິງຊ້າງທີ່ເສຍຊີວິດຈັດຂື້ນໃນວັນທີ 17 ກຸມພາ 2017,
ທີ່ເດີນສະໜາມຫລວງແຂວງ ໄຊຍະບູລີ ໂດຍການເຂົ້າຮ່ວມຂອງທ່ານ ພົງສະຫວັນ ສິດທະວົງ, ເຈົ້າແຂວງໆ ໄຊຍະບູລີ ພ້ອມ
ດ້ວຍການນຳແຂວງຕະຫລອດເຖິງປະຊາຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.


    ໃນໂອກາດຍັງໄດ້ມີພິທີໃສ່ບາດຢາດນ້ຳ ເພື່ອອຸທິດສ່ວນກຸສົນໃຫ້ແກ່ບັນພະບູລຸດແລະຊ້າງທີ່ໄດ້ເສຍຊີວິດແລ້ວ ທ່ານ ຄອນປະ
ສິດຊະນະເຄນ, ຄະນະປະຈຳພັກເມືອງ ປະທານກວດກາພັກລັດເມືອງໄຊຍະບູລີ ໃຫ້ສຳພາດວ່າ: ພິທີໃສ່ບາດເປັນກິດຈະກໍາໜື່ງໃນ
ງານມະຫາກໍາບຸນຊ້າງປະຈໍາປີ 2017 ເພື່ອເຮັດໃຫ້ຄົນຮຸ້ນຫລັງຮັບຮູ້ໄດ້ຮີດ ຄອງປະເພນີ ແລະ ວັດທະນາທຳອັນດີງາມຂອງຊາວ
ແຂວງ ໄຊຍະບູລີກໍຄືປວງຊົນລາວທັງຊາດຄວນປົກປັກຮັກສາໄວ້ໃຫ້ຍືນຍົງຄຽງຄູ່ກັບຊາດລາວຕະຫລອດໄປ. ງານມະຫາກຳບຸນຊ້າງ
ປະຈຳປີ 2017 ຈະດຳເນີນໄປຮອດວັນທີ 19 ຈິ່ງສຳເລັດ ພາຍໃນງານ ນອກຈາກຈະມີກິດຈະກຳກ່ຽວກັບຊ້າງໃຫ້ຜູ້ເຂົ້າຮ່ວມໄດ້ຊົມ
ແລະ ສຳພັດກັບຊ້າງແລ້ວ ຍັງມີງານວາງສະແດງແລະ ຈຳໜ່າຍສິນຄ້າ ຊື່ງໄດ້ເລີ່ມແຕ່ວັນທີ 13 ເປັນຕົ້ນມາມີຕົວແທນຈາກຫົວ
ໜ່ວຍ ທຸລະກິດທັງພາກລັດ, ເອກະຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຫລາຍກວ່າ 200 ຮ້ານ ລວມມູນຄ່າຫລາຍກວ່າ
4 ຕື້ກີບ, ໃນນີ້ມີຮ້ານຄ້າຈາກຕ່າງປະເທດ 10 ຮ້ານ, ຕະຫລາດນັດເຄື່ອນທີ່ 176 ຮ້ານ ແລະ ສີນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ
ຕ່າງແຂວງຈຳນວນ 32 ຫົວໜ່ວຍ.

1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ