ຮອງນາຍົກ​ມາ​ເລ​ເຊຍ​ຢືນຢັນ​ວ່າ ຊາຍ ສປປ ​ເກົາຫຼີ​ທີ່​ເສຍ​ຊີວິດ​ຢູ່​ສະໜາມ​ບິນ​ຄື​ກິມຈົງ​ນຳ
2017-02-17 14:27:42  cri 
ຕາມ​ຂ່າວສານ​ຊິນ​ຮວາ: ​ທ່ານ​ອາ​ເມັດ ຈາ​ຮິດ ຮາ​ມີ​ດີ ຮອງ​ນາຍົກລັດຖະມົນຕີມາ​ເລ​ເຊຍ​ກ່າວໃນ​ການ​ຖະ​ແຫຼ​ງ​ຂ່າວ​​ໃນ​ວັນ​ທີ 16 ກຸມພາ​​ວ່າ, ອີງ​ຕາມ​ການ​ແຈ້ງ​ການ​ຂອງ​ເຈົ້າ​ໜ້າ​ທີ່​ຕຳຫຼວດ ​ແລະ​ການ​ຢືນຢັນ​ຂອງ​ສະຖານທູດ​ ສປປ ​ເກົາຫຼີ​ປະຈຳ​ມາ​ເລ​ເຊຍ, ຊາຍ ສປປ ​ເກົາຫຼີ​ທີ່​ເສຍ​ຊີວິດ​ຢູ່​ສະໜາມ​ບິນ​ຄື​ກິມຈົງນຳ ອ້າຍ​ຕ່າງ​ແມ່ຂອງ​ທ່ານ​ກິມຈົງ​ອຸນ ຜູ້ນຳ​ສູງ​ສຸດ ສປປ​ເກົາຫຼີ.

ທ່ານ​ຈາ​ຮິດກ່າວ​ວ່າ, ສະຖານທູດ​ ສປປ ​ເກົາຫຼີ​ປະຈຳ​ມາ​ເລ​ເຊຍ​ໄດ້​ຮຽກຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່​ມາ​ເລ​ເຊຍມອບ​ສົບ​ຂອງ​ກິມຈົງນຳ, ​ແຕ່​ມາ​ເລ​ເຊຍ​ຕ້ອງ​ສັນ​ລະ​ສູດຕາມຂັ້ນ​ຕອນ​ຕ່າງໆ​ໃຫ້​ສຳ​ເລັດ​ກ່ອນ ​ໂດຍຕຳຫຼວດ​ແລະ​ແພດ​ໂຮງໝໍ​ມາ​ເລ​ເຊຍ​ຈະ​ເປີດ​ເຜີຍ​ຜົນ​ການສັນ​ລະ​ສູດ. ​ສຳລັບ​ມູນ​ເຫດ​ທີ່​ກິມຈົງ​ນຳ​ໄປມາ​ເລ​ເຊຍ, ທ່ານ​ຈາ​ຮິດກ່າວ​ວ່າ ຕ້ອງ​ລໍຖ້າ​ຜົນ​ການ​ກວດກາຂອງ​ເຈົ້າ​ໜ້າ​ທີ່​ຕຳຫຼວດກ່ອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ