ທະຫານ​ແລະ​ຕຳຫຼວດ​ພັນ​ກວ່າ​ຄົນ​ຂອງ​ໄທ​ໄດ້​ຈັບ​ຕົວອະດີດ​ເຈົ້າ​ວັດ​ວັດ​ທຳ​ມະ​ກາຍ
2017-02-17 16:18:02  cri 

ຕາມ​ຂ່າວ​ສານ​ຈີນ: ຕອນ​ເຊົ້າ​ມືດ​ວັນ​ທີ 16 ກຸມພາ, ຕຳຫຼວດ​ໄທ​ໄດ້​ສົ່ງ​ທະຫານ​ແລະ​ຕຳ​ຫຼວດ 1500 ກວ່າ​ຄົນ​ໄປ​ວັດທຳ​ມະ​ກາຍ ທີ່​ເປັນໜຶ່ງ​ໃນ​ວັດ​ໃຫຍ່​ທີ່​ສຸດ​ຂອງ​ບາງກອກ ​ເພື່ອ​ຈັບອະດີດ​ເຈົ້າ​ອາວາດວັດ​ດັ່ງກ່າວທີ່​ອາຍຸ 70 ກວ່າ​ປີ ຍ້ອນ​ການ​ກະທຳ​ຜິດ.


​ເມື່ອປີ 2016, ​​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄທ​​ໄດ້​​ແຈ້ງ​ຂໍ້​ຫາພະ​ທຳ​ມະ​ຊະ​​ໂຍ ອະດີດ​ເຈົ້າອາວາດ​ວັດ​ທຳ​ມະ​ກາຍ​ທີ່​ສົງ​ໄສ​ຟອກ​ເງິນ, ຍຶດຄອງ​ທີ່​ດິນ​ແບບ​ຜິດ​ກົດໝາຍ ​ແລະ​​ອື່ນໆ ​ເຊິ່ງກ່ຽວພັນກັບເງິນ​ປະມານ 18 ຕື້​ບາດ, ​ແຕ່​ທາງ​ວັດ​ບໍ່​ໄດ້​ຫົວຊາ​ຕໍ່​ເລື່ອງ​ນີ້ ທັງບໍ່​ມອບ​​ພະ​ທຳ​ມະ​ຊະ​ໂຍຢ່າງ​ເດັດຂາດ. ປັດຈຸບັນ, ວັດ​ທຳ​ມະ​ກາຍ​ມີເຖິງ 43 ຄະດີ ​ໂດຍ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄດ້ຂໍເຂົ້າ​ກວດ​ຄົ້ນ​ວັດ​ຫຼາຍ​ເທື່ອ ​ແລະ​ຂູ່​ວ່າ​ຈະ​ຕັດ​ນ້ຳ​ຕັດ​ໄຟ​ຂອງ​ວັດ, ​ແຕ່​ວັດ​ທຳ​ມະ​ກາຍໄດ້​ຮຽກ​ໂຮມ​ສາ​ສະນິກະ​ຊົນ​ເປັນ​ຈຳນວນ​ຫຼາຍ​ມາ​ຕໍ່ຕ້ານ​ຕຳຫຼວດ ​ເຊິ່ງ​ເຮັດ​ໃຫ້​ການ​ເຂົ້າ​ກວດ​ຄົ້ນຂອງ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​​ເຂົ້າ​ໄປ​ໃນ​ວັດ​ບໍ່​ໄດ້.

ຂ່າວ​ແຈ້ງວ່າ, ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ບໍ່​ໄດ້​ຊອກ​ພົບ​ພະທຳ​ມະ​ຊະໂຍຢູ່​ໃນ​ວັດ ​ແລະ​ກໍຄາດ​ວ່າ​ຍັງ​ຈະ​​ເຂົ້າ​ກວດ​ຄົ້ນ​ວັດ​ອີກ​ຢ່າງ​ຕໍ່​ເນື່ອງ.

1 2 3 4 5
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ