ທະນາຄານ​ຈີນ​ກາຍ​ເປັນ​ທະນາຄານ​ສະໜອງ​ເງິນ​ສົດ(ຢວນ)​ຫຼາຍ​ທີ່​ສຸດ​ໃຫ້​ອິນ​ໂດ​ເນ​ເຊຍ
2017-02-17 16:24:58  cri 
ຕາມ​ຂ່າວສານ​ຈີນ: ປັດຈຸບັນ, ທະນາຄານ​ຈີນ ຫຼື  BOC ​ມີ​ສາຂາ​ຢູ່​ຈາ​ກາກ​ຕາ​ເພີ່ມ​ຂຶ້ນ​ເປັນ 7 ​ແຫ່ງ​ໃນ​ວັນ​ທີ 16 ກຸມພາ, ໄດ້​ເປີດ​ສາຂາ PIK ອີກໜຶ່ງ​​ແຫ່ງ.

ທ່ານ​ຈ່າງ​ມິນ ຜູ້ອຳນວຍການ​ໃຫຍ່​ທະນາຄານ​ຈີນ​ສາຂາ​ຈາ​ກາກຕາ, ປະທານ​ສະພາ​ຄົມ​ການ​ຄ້າ​ຈີນ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ, ທະນາຄານ​ຈີນ​ສາຂາ​ຈາ​ກາກ​ຕາ​ໄດ້​ເນັ້ນ​​ສະໜັບສະໜູນ​ບໍລິສັດ​ພະລັງ​ໄຟຟ້າ​ແຫ່ງ​ລັດ​ອິນ​ໂດ​ເນ​ເຊຍ, ບໍລິສັດ​ນ້ຳມັນ​ເຊື້ອ​ໄຟ​ແຫ່ງ​ລັດ​ອິນ​ໂດ​ເນ​ເຊຍ, ບໍລິສັດ​ການບິນ​ກາຣູດາ​ອິນ​ໂດ​ເນ​ເຊຍ ​ແລະ​ອື່ນໆ ທີ່​ເປັນ​ບໍລິສັດ​ສຳຄັນ​ໃນ​ຂະ​ແໜງ​ການ​ພະລັງງານ, ຄົມມະນາຄົມ​ຂົນ​ສົ່ງ ​ແລະ​ພື້ນ​ຖານ​ໂຄງ​ລ່າງ ​ເຊິ່ງ​​ໄດ້​ກາຍ​ເປັນ​ກຳລັງ​ສຳຄັນ ​ແລະ​ຂາດ​ບໍ່​ໄດ້​​ໃນ​ການ​ສະໜັບສະໜູນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ອິນ​ໂດ​ເນ​ເຊຍ; ຂະນະ​ດຽວ​ກັນ, ທະນາຄານ​ຕົນ​ກໍມີ​ທ່າ​ແຮງໃນ​ການຊຳລະ​ບັນຊີ​ດ້ວຍ​ເງິນ​ຢວນຈີນ ​ແລະ​ການ​ບໍລິການ​ຝາກ​ເງິນ​ຢວນຈີນ ​ແລະ​ກາຍເປັນ​ທະນາຄານ​ທີ່​ສາມາດ​ບໍລິການ​ດ້ານ​ເງິນ​ຢວນຈີນ​ທີ່​ນຳ​ໜ້າ​​ຂອງ​ອິນ​ໂດ​ເນ​ເຊຍ.

ປັດຈຸບັນ, ທະນາຄານ​ຈີນ​ມີສາຂາ 9 ​ແຫ່ງ​ຢູ່​ຈາ​ກາກ​ຕາ, ຊູຣາບາ​ຢາ ​ແລະ​ມິນ​ດາ​ນາວ ​ແລະມີ​ພະນັກງານ 200 ກວ່າ​ຄົນ ​ໂດຍ​ແຕ່​ລະ​ສາຂາ​ລ້ວນ​ແຕ່​ສາມາດບໍລິການ​ດ້ວຍ​ພາສາ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ