ລັດຖະມົນຕີການຕ່າງປະເທດຈີນເນັ້ນການຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງ
2017-02-17 16:11:57 cri
ຕາມຂ່າວສານຊິນຮວາ: ວັນທີ 16 ກຸມພານີ້ຕາມເວລາທ້ອງຖິ່ນ, ທ່ານ ວາງຢີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ເຂົ້າຮ່ວມກອງປະຊຸມໄລຍະທີໜຶ່ງຂອງກອງປະຊຸມລັດຖະມົນຕີການຕ່າງປະເທດກຸ່ມ 20 ປະເທດຢູ່ເມືອງບອນປະເທດເຢຍລະມັນ ແລະໄດ້ປະກອບຄຳຄິດຄຳເຫັນກ່ຽວກັບວາລະການພັດທະນາແບບຍືນຍົງປີ 2030 ວ່າ, ກອງປະຊຸມສຸດຍອດຮາງໂຈວປີຜ່ານມາ ໄດ້ຈັດເອົາບັນຫາການພັດທະນາເປັນຖານະໃຈກາງຂອງວາລະປະຊຸມກຸ່ມ 20 ປະເທດ ແລະໄດ້ຮັບຮອງ "ແຜນການດຳເນີນງານກ່ຽວກັບກຸ່ມ 20 ປະເທດຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງປີ 2030" ເຊິ່ງປັດຈຸບັນຄວນຈັດຕັ້ງປະຕິບັດແຜນການດັ່ງກ່າວໃຫ້ດີ ຄື ໜຶ່ງ, ຈະນຳໜ້າຈັດເອົາການຈັດຕັ້ງປະຕິບັດວາລະການພັດທະນາດັ່ງກ່າວຢູ່ໃນຍຸດທະສາດການພັດທະນາປະເທດຕົນ; ສອງ, ຈະສືບຕໍ່ຈັດເອົາບັນຫາການພັດທະນາເປັນຖານະໃຈກາງຂອງວາລະປະຊຸມຂອງກຸ່ມ 20 ປະເທດ ແລະຖືເປັນເນື້ອໃນສຳຄັນໃນການປະສານງານນະໂຍບາຍເສດຖະກິດມະຫາພາກ ແລະສາມ, ຈະຍຶດໝັ້ນຫຼັກການມີໜ້າທີ່ຮ່ວມແຕ່ມີຄວາມແຕກຕ່າງກັນ. ຂະນະດຽວກັນ, ທຸກຝ່າຍຄວນນຳໜ້າຈັດຕັ້ງປະຕິບັດສັນຍາປາຣີກ່ຽວກັບການປ່ຽນແປງດິນຟ້າອາກາດ.