ການຖອນ​ອອກ​ຈາກ​ສະຫະພາບ​ເອີຣົບຈະ​ເຮັດ​ໃຫ້​ສອງ​ຝ່າຍ​ເສຍ​ຜົນ​ປະ​ໂຫຍ​ດ
2017-02-17 16:16:20  cri 
    ຕາມ​ຂ່າວສານ​ຊິ​ນຮວາ: ສະ​ຖາ​ບັນ​ຄົ້ນຄວ້າ​ເສດຖະກິດ​ອີ​ຟູ​ເຢຍລະ​ມັນ ​ໄດ້​ເຜີຍ​ແຜ່​ຜົນ​ການ​ສຳຫຼວດ​ໃນ​ວັນ​ທີ 16 ກຸມພາ​ນີ້ ​ໂດຍນັກ​ເສດຖະສາດ​​ເຢຍລະ​ມັນ​ສ່ວນຫຼາຍ​ເຫັນ​ວ່າ, ການ​ທີ່ອັງກິດຖອນ​ອອກ​ຈາກ​ສະຫະພາບ​ເອີ​ຣົບ ຈະ​ເຮັດ​ໃຫ້​ສອງ​ຝ່າຍ​ໄດ້​ຮັບ​ຜົນ​ສະທ້ອນ​ທາງ​ລົບ.

    ​​ສາສະດາຈານ​ເສດຖະສາດ​ເຢຍລະ​ມັນ 125 ຄົນ​ທີ່​ຖືກ​ສຳພາດນັ້ນ, 63% ​ເຫັນ​ວ່າ, ນະ​ໂຍບາຍ​ການ​ຄ້າ​ຂອງ​ສະຫະພາບ​ເອີຣົບ​ໃນ​ອະນາຄົດ ຈະ​ມີ​ສີສັນຂອງ​ລັດທິ​ປົກ​ປ້ອງຫຼາຍກວ່າ​ເກົ່າ. ຂະນະ​ທີ່ 70% ​ເຫັນ​ວ່າ, ລັດຖະບານ​ອັງກິດ​ຫວັງ​ເຊັນ​ສັນຍາ​ການ​ຄ້າ​ເສລີ​ສະບັບ​ໃໝ່​ທີ່​ມີ​​ເນື້ອ​ໃນ​ກວ້າງຂວາງ​ກັບ​ສະຫະພາບ​ເອີ​ຣົບພາຍ​ໃນ​ສອງ​ປີ​ຂ້າງ​ໜ້າ, ​ແຕ່​ເວລາ​ນີ້ ບໍ່​​ແທດ​ເໝາະ​ກັບ​ສະ​ພາບ​ຕົວ​ຈິງ. ​ແນວ​ໃດ​ກໍ​ດີ ​ມີພຽງ​ແຕ່ 21% ​ເທົ່າ​ນັ້ນທີ່​ເຫັນ​ວ່າ, ສອງ​ຝ່າຍ​ຈະ​ສາມາດ​ເຊັນ​ສັນຍາ​ດັ່ງກ່າວ​ໄດ້​ພາຍ​ໃນ​ສອງ​ປີ.

    ນັກ​ເສດຖະສາດ​ທີ່​ຖືກ​ສຳພາດ​ ສ່ວນຫຼາຍ​ຍັງເຫັນ​ວ່າ, ອັງກິດ​ຈະ​ມີ​ຖານະ​ໃນ​ການ​ເຈລະຈາ​ກັບ​ສະຫະພາບ​ເອີຣົບ​ໃນ​ຕໍ່ໜ້າອ່ອນ​ກວ່າ​, ​ແຕ່​ກໍ​ມີ​ຄວາມ​​ເປັນ​ໄປ​ໄດ້​ທີ່ອັງກິດ​ອາດ​ຈະ​ເຊັນ​ສັນຍາ​ການ​ຄ້າ​ເສລີ​ກັບ​ອາ​ເມ​ລິ​ກາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ