ເກີດ​ເຫດ​ລະ​ເບີດ​ແບບ​ສະຫຼະຊີບ​ຢູ່​ປາ​ກີ​ສະຖານ 72 ຄົນ​ເສຍ​ຊີວິດ
2017-02-17 16:19:56  cri 
    ຕາມ​ຂ່າວສານ​ຊິນ​ຮວາ: ​ເຈົ້າໜ້າ​ທີ່​ຕຳຫຼວດ​​ເມືອງ​ເຊ​​ເຮິ​ວານແຂວງຊິນ​ດ໌ ພາກ​ໃຕ້​ປາ​ກີ​ສະຖານ​ໃຫ້​ຮູ້​ວ່າ, ​ເຫດ​ລະ​ເບີດ​ແບບ​ສະຫຼະຊີບ​ທີ່​ເກີດ​ຂຶ້ນຢູ່​ສຸເຫຼົ່າແຫ່ງ​ໜຶ່ງ​​ໃນ​ຕອນ​ກາງຄືນ​ວັນ​ທີ 16 ກຸມພາ​ນີ້ ​ ​ສົ່ງ​ຜົນ​ເຮັດ​ໃຫ້ 72 ຄົນ​ເສຍ​ຊີວິດ ​ແລະ 200 ກວ່າ​ຄົນ​ບາດ​ເຈັບ.

    ເຈົ້າໜ້າ​ທີ່​ສາທາລະນະ​ສຸກ​​ເມືອງ​ເຊ​ເຮິ​ວານ​ກ່າວ​ວ່າ, ​ໃນ​ຈຳ​ນວນຜູ້​ເສຍ​ຊີວິດ​ແລະ​ບາດ​ເຈັບ​ມີ​ແມ່ຍິງ​ແລະ​ເດັກນ້ອຍ​ຢ່າງຫຼວງຫຼາຍ ​ແລະ​ເນື່ອງ​ຈາກ​ມີ​ຜູ້​ບາດ​ເຈັບ​ເປັນ​ຈຳນວນຫຼາຍ, ຈຶ່ງ​ໄດ້​ໃຊ້​ຍົນ​ເຮ​ລີ​ກົບ​ແຕສົ່ງ​ຈຳນວນ​ໜຶ່ງ​ໄປ​ເມືອງ​ໄຮ​ເດີຣາບັດ ​ແລະ​ກາຣາຊີ. ​ຂະນະ​ທີ່ເຈົ້າໜ້າ​ທີ່​ຕຳຫຼວດຂັ້ນສູງ​ຜູ້​ໜຶ່ງ​ຂອງ​ເຂດ​ເຊ​ເຮີ​ວານ​ກ່າວ​ວ່າ, ຜູ້​ໂຈມ​ຕີ​ແບບ​ສະຫຼະຊີບ​ໄດ້​ເຂົ້າປະຕູ​ສຸ​ເຫຼົ່າ​ດັ່ງກ່າວ ​ແລ້ວ​ດຶງ​ສະ​ນວນ​ລະ​ເບີດ​ທີ່​ຕິດ​ຕົວ ຂະນະ​ທີ່​ໃນ​ສະຖານ​ທີ່​​ດັ່ງກ່າວ​ມີ​ປະມານ 500-800 ຄົນ.

    ກຸ່ມ​ຫົວ​ຮຸນ​ແຮງ IS ​ໄດ້​ກ່າວ​ຮັບຜິດຊອບ​ຕໍ່​ການຫຼອນ​ໂຈມ​ຕີຄັ້ງນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ